• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງທາຍຫງວຽນ

ສຸມໃສ່ວຽກງານສົມທົບຢ່າງແໜ້ນແຟ້ນ ລະຫວ່າງການ ພັດທະນາວັດທະນະທຳ - ສັງຄົມ, ແກ້ໄຂບັນຫາສັງຄົມເປັນຢ່າງດີ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າດ້ານມໍລະດົກວັດທະນະທຳຂອງບັນດາຊົນເຜົ່າ ຢູ່ແຂວງ ທາຍຫງວຽນ.
  ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຢ້ຽມຢາມ, ເຮັດວຽກ ແລະ ອວຍພອນປີໃໝ່ປະຈຳຊາດ ຫວຽດນາມ ຢູ່ແຂວງ ທາຍຫງວຽນ  

ຕອນເຊົ້າວັນທີ 10 ມັງກອນ, ທ່ານ ຫງວຽນຟູ້ຈ້ອງ  ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດ ຫວຽດນາມ ໄດ້ນຳໜ້າຄະນະປະຕິບັດງານສູນກາງລົງຢ້ຽມຢາມ, ເຮັດວຽກ ແລະ ອວຍພອນປີໃໝ່ປະຈຳຊາດ ຫວຽດນາມ ຢູ່ແຂວງ ທາຍຫງວຽນ. ກ່າວຄຳເຫັນຢູ່ທີ່ການເຮັດວຽກກັບການນຳແຂວງ ທາຍຫງວຽນ, ທ່ານ ຫງວຽນຟູ໋ຈ້ອງ ສະເໜີໃຫ້ແຂວງ ທາຍຫງວຽນກຳນົດຢ່າງຈະແຈ້ງທ່າແຮງບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນ ເພື່ອວາງເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການ, ຄັດເລືອກເອົາໜ້າທີ່ຈຸດສຸມ ແລະ ຂອດບຸກທະລຸ ເພື່ອສຸມໃສ່ຊີ້ນຳນຳພາ, ສ້າງບາດກ້າວຜັນປ່ຽນໃໝ່ຢ່າງແຂງແຮງ ໃນການພັດທະນາເສດຖະກິດ-ສັງຄົມ; ຖືເປັນສໍາຄັນວຽກງານການເຊື່ອມຕໍ່ເຂດ ເພື່ອສ້າງກຳລັງໜູນພັດທະນາ, ກໍ່ສ້າງ ທາຍຫງວຽນ ໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງ, ມີໂຄງປະກອບໂຄງລ່າງຄົບຊຸດ, ກາຍເປັນແຂວງອຸດສາຫະກຳຕາມທິດທັນສະໄໝໂດຍໄວ.

ພ້ອມກັນນັ້ນ, ສຸມໃສ່ວຽກງານສົມທົບຢ່າງແໜ້ນແຟ້ນ ລະຫວ່າງການ ພັດທະນາວັດທະນະທຳ - ສັງຄົມ, ແກ້ໄຂບັນຫາສັງຄົມເປັນຢ່າງດີ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າດ້ານມໍລະດົກວັດທະນະທຳຂອງບັນດາຊົນເຜົ່າ ຢູ່ແຂວງ ທາຍຫງວຽນ; ຍົກສູງຊີວິດທາງດ້ານ, ວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

ໃນຕອນເຊົ້າຂອງວັນດຽວກັນ. ທ່ານ ຫງວຽນຟູ້ຈ້ອງ ໄດ້ເດີນທາງໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດານັກປະຕິວັດຜູ້ອາວຸໂສ; ຢ້ຽມຢາມສະຫະກອນ ຊາຫາວດາດ, ຕາແສງ ເຕິນເກືອງ, ນະຄອນທາຍຫງວຽນ.

 

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top