• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ: ຮ່ວມແຮງຮ່ວມໃຈ ເພື່ອເອົາຊະນະໂລກລະບາດໂຄວິດ - 19

      ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ມີການກະທໍາ, ປະຕິບັດຢ່າງຂ້ຽວຂາດ ສໍາລັບບັນດາແຜນນະໂຍບາຍຂອງພັກ ແລະ ລັດ, ການຊີ້ນໍາບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ (TTXVN)
      ຕໍ່່ໜ້າສະພາບການໂລກລະບາດໂຄວິດ - 19 ພວມສືບຕໍ່ແຜ່ລະບາດໃນທົ່ວໂລກ, ສົ່ງຜົນກະທົບຢ່າງເລິກເຊິ່ງຮອບດ້ານເຖິງຊີວິດ - ສັງຄົມ ຂອງບັນດາປະເທດ, ໃນນັ້ນ ມີຫວຽດນາມ. ວັນທີ 30 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ໄດ້ອອກຄໍາຮຽກຮ້ອງພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ມີການກະທໍາ, ປະຕິບັດຢ່າງຂ້ຽວຂາດ ສໍາລັບບັນດາແຜນນະໂຍບາຍຂອງພັກ ແລະ ລັດ, ການຊີ້ນໍາບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.
        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ເນັ້ນໜັກວ່່າ: ໃນໄລຍະທີ່ຈະມາເຖິງ ພວກເຮົາຈະຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ຍິ່ງກວ່າທົບຫຼາຍເທົ່າ, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມກວ່າອີກ ແລະ ເດັດດ່່ຽວກວ່າອີກ. ແຕ່ລະຄົນກໍລ້ວນແຕ່ກາຍເປັນນັກຮົບ ບົນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ. ທົ່ວປວງຊົນທັງຊາດຫວຽດນາມ ຈົ່ງຮວ່່ມແຮງຮ່ວມໃຈ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອເອົາໄຊຊະນະໂລກລະບາດໂຄວິດ - 19. 
 (ແຫຼ່ງຄັດຈາກ VOV)

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top