• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ສປຊ ຕຳໜິຕິຕຽນຂໍ້ມູນຜິດເຂວທີ່ກ່ຽວຂ້ອງເຖິງໂລກລະບາດ Covid – 19

      ວັນທີ 14 ເມສາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊໄດ້ກ່າວເຕືອນວ່າໂລກພວມປະເຊີນໜ້າກັບໂລກລະບາດທີ່ອັນຕະລາຍທີ່ສຸດນັ້ນ ແມ່ນຂໍ້ມູນຜິດເຂວກ່ຽວກັບໂລກລະບາດ Covid -19.
            ທ່ານAntonio Guterres ກໍ່ແຈ້ງໃຫ້ຊາບກ່ຽວກັບ ຍຸດທະສາດຂອງສປຊ ເພື່ອແນໃສ່ປະກາດໃນອິນເຕີແນັດກ່ຽວກັບບັນດາຂໍ້ມູນຕົວເລກແລະວິທະຍາສາດ ເພື່ອຮັບມືກັບບັນດາຂໍ້ມູນທີ່ຜິດເຂວ ທີ່ກ່ຽວຂ້ອງເຖິງ ໂລກລະບາດ Covid -19 ເຊິ່ງທ່ານຖືວ່າແມ່ນທາດພິດທີ່ພວມເຮັດໃຫ້ການດຳລົງຊີວິດປະຈຳວັນປະສົບຄວາມອັນຕະລາຍ. ທ່ານ Antonio Guterres ກໍ່ເອີ້ນບັນດາຂໍ້ມູນທີ່ຜິດເຂວນັ້ນວ່າແມ່ນໂລກພະຍາດທີ່ກະຈາຍບັນດາຄຳເຕືອນທີ່ເປັນຜົນຮ້າຍ. ທ່ານກໍ່ຮຽກຮ້ອງໃຫ້ບັນດາອົງການສື່ສັງຄົມອອນລາຍມານະພະຍາຍາມໃຫ້ຫຼາຍກ່ວາອີກແນໃສ່ຕໍ່ສູ້ກັບຂໍ້ມູນຜິດເຂວ ເພື່ອລົບລ້າງຄວາມອາຄາດບາດໝາງແຄ້ນແລະບັນດາຄວາມຄິດຕາຍຕົວທີ່ກ່ຽວຂ້ອງເຖິງໂລກລະບາດ Covid – 19.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top