• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ຂອງຄະນະກຳມະການອາຊຽນແຫ່ງຊາດ 2020 ຖະແຫຼງຂ່າວກ່ຽວກັບປີປະທານອາຊຽນ 2020

      ຫວຽດນາມ ປາດຖະໜາຢາກສ້າງຕັ້ງປະຊາຄົມອາຊຽນ ໃຫ້ນັບມື້ນັບມີການຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ໝັ້ນຄົງຕໍ່ບັນດາຜົນກະທົບຈາກສະພາບການພາກພື້ນ ແລະ ໃນໂລກ.

ພິທີຖະແຫຼງຂ່າວກ່ຽວກັບປີປະທານອາຊຽນ 2020
(ພາບ: baoquocte.vn)
      ວັນທີ 13 ທັນວາ, ຢູ່ເຮືອນຮັບແຂກລັດຖະບານ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ, ເລຂາທິການໃຫຍ່ຄະນະກຳມະການອາຊຽນ ແຫ່ງຊາດ 2020 ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບປີປະທານອາຊຽນ 2020 ໃຫ້ແກ່ເອກອັກຄະລັດຖະທູດ, ອຸປະທູດ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດອາຊຽນ, ທູດຄູ່ຮ່ວມມືຕ່າງໆຕາມຂົງເຂດ ແລະ ຄູ່ຮ່ວມມືພັດທະນາຂອງອາຊຽນ ເກືອບ 70 ທ່ານ.
          ເມື່ອແນະນຳກ່ຽວກັບຫົວຂໍ້ຂອງປີປະທານອາຊຽນ 2020 ແມ່ນ “ຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາຢາກສ້າງຕັ້ງປະຊາຄົມອາຊຽນ ໃຫ້ນັບມື້ນັບມີການຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ໝັ້ນຄົງຕໍ່ບັນດາຜົນກະທົບຈາກສະພາບການພາກພື້ນ ແລະ ໃນໂລກ. ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ກໍ່ໄດ້ແບ່ງປັນກ່ຽວກັບບຸລິມະສິດຕົ້ນຕໍເຊິ່ງຫວຽດນາມ ຈະຊຸກຍູ້ໃນປີເປັນປະທານອາຊຽນ 2020 ຄື: ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບໃນອາຊຽນ; ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງກັບບັນດາປະເທດໃນໂລກ; ຍົກສູງກຳລັງຄວາມສາມາດຮັບມື ແລະ ປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນ…
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top