• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຢຍ​ລະ​ມັນ​ຈະ​ເຕື້ອງ​ເຖິງຫຼາຍ​ເນື້ອ​ໃນ​ສຳ​ຄັນ​ຢູ່ກອງ​ປະ​ຊຸມ​ສຸດຍອດ EU, G7, NATO

ກ່ອນທີ່ດຳເນີນ 3 ກອງປະຊຸມສຸດຍອດຂອງ ສະຫະພາບເອີຣົບ (EU), ກຸ່ມບັນດາປະເທດອຸດສາຫະກຳພັດທະນາທີ່ສຸດໃນໂລກ (G7) ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO), ວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ມີຄຳກ່າວປາໄສສຳຄັນຕໍ່ສະພາແຫ່ງຊາດປະເທດນີ້ ແລະ ເຕື້ອງເຖິງຫຼາຍເນື້ອໃນເຊິ່ງທ່ານຈະຍົກອອກໃນບັນດາກອງປະຊຸມສຳຄັນນີ້.
  ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz (ພາບ: TTXVN)  

ກ່ຽວກັບກອງປະຊຸມສຸດຍອດ NATO, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ພວມລໍຄອຍຄວາມຜູກພັນ ແລະ ຕັດສິນໃຈຈາກບັນດາການນຳ NATO ໃນສະພາບການປະທະກັນຢູ່ ຢູແກຼນ ຍັງສືບຕໍ່ເກີດຂຶ້ນ. ທ່ານກໍໃຫ້ຄຳໝັ້ນສັນຍາວ່າ ເຢຍລະມັນ ແລະ ເອີຣົບ ຈະສືບຕໍ່ໜູນຊ່ວຍ ຢູແກຼນ ຈົນສຸດຄວາມສາມາດ ກ່ຽວກັບດ້ານການເງິນ, ເສດຖະກິດ, ມະນຸດສະທຳ, ການເມືອງ ແລະ ທັງສະໜອງອາວຸດໃຫ້ Kiev “ໃນປັດຈຸບັນ ກໍຄືໃນອະນາຄົດ”. ເຖິງຢ່າງໃດກໍຕາມ, ທ່ານເນັ້ນໜັກວ່າ NATO ຈະບໍ່ເຂົ້າຮ່ວມສົງຄາມ. ທ່ານຮຽກຮ້ອງໃຫ້ປະຕິບັດ “ແຜນການ Marshall” ເພື່ອສ້າງຕັ້ງ ຢູແກຼນ ຄືນໃໝ່ ພາຍຫຼັງສົງຄາມ. ດ້ວຍບົດບາດເປັນປະທານ G7, ທ່ານນາຍົກລັດຖະມົນຕີເຢຍລະມັນຢາກຈັດກອງປະຊຸມສາກົນ ເພື່ອແນໃສ່ມຸ່ງໄປເຖິງຂໍ້ຕົກລົງກ່ຽວກັບບ້ວງເງິນລົງທຶນໃຫ້ແກ່ ຢູແກຼນ.

ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ ກໍຊຸກຍູ້ບັນດາມາດຕະການແກ້ໄຂບັນຫາສົ່ງອອກທັນຍາຫານຈາກ ຢູແກຼນ. ກ່ຽວກັບບັນຫາພະລັງງານ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ ຢັ້ງຢືນວ່າ ລັດຖະບານ ເຢຍລະມັນ ພວມສົມທົບກັບຄູ່ຮ່ວມມືສາກົນ ເພື່ອປະຕິບັດທຸກມາດຕະການ ທີ່ສາມາດສະກັດກັ້ນການຂາດເຂີນພະລັງງານໃຫ້ແກ່ລະດູູໜາວຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

Top