• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພື່ອໃຫ້ ຫວຽດນາມ ມີຄວາມປອດໄພຕໍ່ໂລກລະບາດໂຄວິດ - 19

      ຕອນເຊົ້າວັນທີ 6 ມັງກອນ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ກອງປະຊຸມຂະແໜງສາທາລະນະສຸກທົ່ວປະເທດ, ຕີລາຄາໝາກຜົນປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ  (ພາບ: VOV)
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ປີ 2020, ແມ່ນປີທີ່ຖັນແຖວພະນັກງານຂະແໜງສາທາລະນະສຸກ ໄດ້ພະຍາຍາມສູ້ຊົນ, ໂດຍສະເພາະແມ່ນຜູ້ທີ່ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ດ້ວຍຈິດໃຈບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ພ້ອມແລ້ວທີ່ຈະເສຍສະຫຼະ, ອຸທິດສ່ວນ… ປະກອບສ່ວນສຳຄັນເຂົ້າໃນໜ້າທີ່ຮັກສາສຸຂະພາບ, ປົກປ້ອງຊີວິດປະຊາຊົນເວົ້າສະເພາະ ແລະ ພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ເວົ້າລວມ. ຜ່ານນັ້ນ, ນ້ຳໃຈມະນຸດສະທຳຂອງຫວຽດນາມ ໄດ້ສະແດງອອກຢ່າງຈະແຈ້ງ ຜ່ານວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
            ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ກິດຈະການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ສືບຕໍ່ວາງອອກຄວາມຮຽກຮ້ອງຕ້ອງການ, ໜ້າທີ່ ແລະ ສິ່ງທ້າທາຍໃໝ່ ຢ່າງໜັກໜ່ວງທີ່ສຸດ ໃຫ້ຂະແໜງສາທາລະນະສຸກ, ກະຊວງສາທາລະນະສຸກ ຄວນສ້າງແຜນການກະທຳຢ່າງລະອຽດໃນໄລຍະຈະມາເຖິງ. ຂະແໜງສາທາລະນະສຸກ, ກຳລັງກອງທັບ, ຕຳຫຼວດ ແລະ ທ້ອງຖິ່ນຕ່າງໆ ຕ້ອງຍົກສູງຈິດໃຈລະວັງຕົວ, ເດັດຂາດບໍ່ໃຫ້ລະເຫຼິງ, ບໍ່ປະໃຫ້ໂລກລະບາດແຜ່ລະບາດ; ສືບຕໍ່ຍູ້ແຮງການຜັນຂະຫຍາຍການກວດ ແລະ ປິ່ນປົວພະຍາດຈາກທາງໄກ; ປະຕິບັດການເຊື່ອມຕໍ່, ຢັ້ງຢືນຜົນການວິໄຈ, ເຊື່ອມຕໍ່ຜົນການບົ່ງມະຕິພະຍາດລະຫວ່າງໂຮງໝໍແຫ່ງຕ່າງໆ…
(ແຫຼ່ງຄັດຈາກ VOV)


Top