• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ​່​ມ​ທະ​ວີ​ການ​ຄົ້ນ​ຫາ, ທ້ອນໂຮມ​ອັດຖິ ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດເພື່ອ​ຊາ​ດຢ​ູ່​ລາວ, ກຳ​ປູ​ເຈຍ

ຕອນບ່າຍວັນທີ 2 ມັງກອນ, ຄະນະຊີ້ິ້ນຳແຫ່ງຊາດກ່ຽວກັບການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນຂອງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນຳແຫ່ງຊາດ 515) ໄດ້ຈັດຕັ້ງກອງປະຊຸມຕີລາຄາໝາກຜົນຂອງປີ 2019, ຜັນຂະຫຍາຍໜ້າທີ່ຈຸດສຸມປີ 2020 ຕໍ່ ແຜນຮ່າງຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ແຜນຮ່າງ ຢັ້ງຢືນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ.


ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ 515 ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN) 


ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ 515, ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຫົວໜ່ວຍສຸມໃສ່ຍູ້ແຮງການຄົ້ນຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທັງຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ຜັນຂະຫຍາຍການເຄື່ອນໄຫວສູນສຳເນົາພື້ນຖານຂໍ້ມູນ ADN, ຍູ້ໄວຄວາມຄືບໜ້າໃນການຢັ້ງຢືນຊື່ ແລະ ນາມສະກຸນຂອງ ອັດຖິ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ; ເປີດກ້ວາງການຮ່ວມມືສາກົນກ່ຽວກັບການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນກັບບັນດາປະເທດ, ບັນດາອົງການຈັດຕັ້ງ, ບັນດາສ່ວນບຸກຄົນທີ່ກ່ຽວຂ້ອງ…

        ປີ 2020, ຄະນະຊີ້ນຳແຫ່ງຊາດ 515 ໄດ້ກຳນົດບັນດາໜ້າທີ່, ວິທີການແກ້ໄຂທີ່ເປັນຈຸດສຸມ ໃນນັ້ນ: ມີການຍົກສູງປະສິດທິຜົນຂອງການເຄື່ອນໄຫວໃນການຄົ້ນຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ເປັນຕົ້ນແມ່ນ ບໍລິເວນ ຈຸດສຸມທີ່ມີອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເຕົ້າໂຮມຢູ່ຫຼາຍ, ຕັ້ງໜ້າຜັນຂະຫຍາຍການຄົ້ນຫາ, ທ້ອນໂຮມຢູ່ ລາວ ແລະ ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top