• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່​ມ​ທະ​ວີ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ ແລະ ຈ​ີນ

ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ ເຊື່ອໝັ້ນວ່າ ປະຊາຊົນ ຫວຽດນາມ ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໃສຂອງ ພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຝູຈ້ອງ ເປັນເລຂາທິການໃຫຍ່ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຢ່າງມີໄຊ, ຍາດໄດ້ຜົນງານໃໝ່ຢ່າງຍິ່ງໃຫຍ່ກ່ວາອີກ.
ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບກັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ (ພາບ: TTXVN)

ຕອນຄ່ຳວັນທີ 8 ກຸມພາ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິງ ເຊື່ອໝັ້ນວ່າ ປະຊາຊົນ ຫວຽດນາມ ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໃສຂອງ ພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຝູຈ້ອງ ເປັນເລຂາທິການໃຫຍ່ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຢ່າງມີໄຊ, ຍາດໄດ້ຜົນງານໃໝ່ຢ່າງຍິ່ງໃຫຍ່ກ່ວາອີກ, ທ່ານກໍ່ຢັ້ງຢືນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ຖືການພົວພັນຖານບ້ານໃກ້ເຮືອນຄຽງແບບມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ ເປັນສຳຄັນທີ່ສຸດ, ພ້ອມແລ້ວທີ່ຈະພ້ອມກັບ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ເພີ່ມທະວີການແລກປ່ຽນຍຸດທະສາດ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ຢ່າງແທ້ຈິງ, ກຳນົດທິດການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ຈີນ ໃຫ້ພັດທະນາຢ່າງປອດໄສ, ມີສະຖຽນລະພາບ ຢ່າງບໍ່ຢຸດຢັ້ງ, ນຳຜົນປະໂຫຍດຢ່າງແທ້ຈິງມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ສ່ວນທ່ານ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ ໃນໄລຍະທີ່ຜ່ານມາ, ສອງຝ່າຍໄດ້ດຳເນີນບັນດາການເຄື່ອນໄຫວແລກປ່ຽນດ້ວຍຫຼາຍຮູບການທີ່ຂະຫຍັນຂັນເຄື່ອນ, ບັນລຸໄດ້ໝາກຜົນທີ່ດີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ - ຈີນ ສືບຕໍ່ພັດທະນາຢ່າງປອດໄສ ແລະ ມີສະຖຽນລະພາບ, ເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ, ທ່ານກໍ່ສະເໜີໃຫ້ສອງຝ່າຍ ຈົ່ງສືບຕໍ່ເພີ່ມທະວີການຮ່ວມມື, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ເພື່ອບັນລຸໄດ້ບັນດາຜົນງານທີ່ຍິ່ງໃຫຍ່ກ່ວາອີກ ໃນຍຸກສະໄໝໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊືອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

Top