ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສາກົນກ່ຽວກັບ ອາວະກາດ ຢູ່ນະຄອນຫຼວງ ປາຣີ, ຝລັ່ງ ວັນທີ 10 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີການພົບປະສອງຝ່າຍທີ່ສຳຄັນກັບປະທານຄະນະກຳມະການເອີລົບ (EC) ພ້ອມກັບການນຳບັນດາປະເທດ, ໃນນັ້ນມີ ແຟງລັງ, ບູນກາຣີ, ສ.ກົງໂກ ແລະ ແຊັກບີ. ທີ່ການພົບປະກັບ ທ່ານ ນາງ Ursula von der Leyen ປະທານຄະນະກຳມະການ ເອີລົບ (EC), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນການຖືເປັນສຳຄັນພິເສດການພົວພັນກັບ ສະຫະພາບເອີລົບ (EU), ກຳນົດ EU ແມ່ນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ໃນຫຼາຍຂົງເຂດ; ສະເໜີສືບຕໍ່ປະສານສົມທົບກັນແກ້ໄຂບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສ້າງ ແລະ ຜັນຂະຫຍາຍບັນດາຄຳໝັ້ນສັນຍາ ແລະ ໂຄງການລະອຽດ, ນຳມາເຊິ່ງໝາກຜົນທີ່ແທ້ຈິງ, ເສີມຂະຫຍາຍການຮ່ວມມືໃຫ້້ສົມກັບຂອບເຂດການພົວພັນເຊິ່ງສອງຝ່າຍໄດ້ສ້າງຕັ້ງຂຶ້ນ.






