• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ພູນ​ຄູນ​​ສ້າງ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ

 ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີ ແຫ່ງວັນສ້າງຕັ້ງ ພັກ ປະຊາຊົນປະຕິວັດລາວ (22/3/1955 – 22/03/2021), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ທ່ານເລຂາທິການໃຫຍ່, ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ (ພາບປະກອບ: TTXVN)

ເນື້ອໃນຂອງສານ ໄດ້ຊີ້ແຈ້ງວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ອະນຸລັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ນຳມາເຊິ່ງສິດຜົນປະໂຫຍດໃຫ້ແກ່ປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງກະຕ່າດອກໄມ້ອວຍພອນທ່ານເລຂາທິການໃຫຍ່, ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິບັດ ລາວ ແລະ ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດ ຫວຽດນາມ ກໍໄດ້ໄປອວຍພອນສະຖານທູດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ຫວຽດນາມ. 

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top