• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະ​ຫວ່າງ ​ຫວຽດນາມ - ລາວ ​ຢ່າງ​ບໍ່​ຢຸດຢັ້ງ

ໃນຂອບເຂດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 11 ມັງກອນ, ທ່ານ ຟ້າມມິງຈີງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຈູມມະລີ ໄຊຍະສອນ ແລະ ທ່ານ ບຸນຍັງ ວໍລະຈິດ ເຊິ່ງເປັນອະດີດເລຂາທິການໃຫຍ່, ປະທານປະເທດລາວ ແລະ ທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ລາວ.

ທ່ານ ຟ້າມມິງຈີງ ໄດ້ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ໃຫ້ບູລິມະສິດແຖວໜ້າແກ່ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ຖືນີ້ເປັນຊັບສົມບັດອັນລ້ຳຄ່າ ຕໍ່ກັບພາລະກິດປະຕິວັດຂອງສອງປະເທດ. ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນຈະສືບຕໍ່ ສືບທອດມູນເຊື້ອອັນດີງາມຂອງບັນດາການນຳລຸ້ນກ່ອນ, ເຮັດສຸດຄວາມສາມາດຂອງຕົນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຢ່າງບໍ່ຢຸດຢັ້ງລະຫວ່າງ ຫວຽດນາມ-ລາວ.

  ທ່ານ ຟ້າມມິງຈີງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດລາວ  

ບັນດາອະດີດການນຳລາວ ສະເໜີໃຫ້ສອງປະເທດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການ ຊ່ວຍຮັກສາສະຖຽນລະພາບ ແລະ ພັດທະນາເສດຖະກິດ-ສັງຄົມ; ສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ; ຍົກສູງປະສິດທິຜົນການຮ່ວມມືຢ່າງບໍ່ຢຸດຢັ້ງ ແລະ ຜັນຂະຫຍາຍສັນຍາ ແລະ ຂໍ້ຕົກລົງລະຫວ່າງສອງປະເທດ ຢ່າງມີປະສິດທິຜົນ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງປະເທດ, ໂດຍສະເພາະແມ່ນລຸ້ນໜຸ່ມ ກ່ຽວກັບມູນເຊື້ອສາຍພົວພັນແບບພິເສດ, ສະໜິດຕິດພັນຊື່ສັດບໍລິສຸດລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ.

  ທ່ານ ຟ້າມມິງຈີງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ລາວ  

ໃນຕອນບ່າຍຂອງວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານ ບໍ່ວຽງຄຳ ວົງດາລາ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ພ້ອມດ້ວຍ ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ຫວຽດນາມ; ທ່ານ ຟ້າມມິງຈີງ ສະເໜີໃຫ້ ສະມາຄົມມິດຕະພາບ ຫວຽດນາມ - ລາວ, ລາວ-ຫວຽດນາມ ສ້າງຕັ້ງບັນດາສະມາຄົມມິດຕະພາບຢູ່ທ້ອງຖິ່ນຕ່າງໆ, ພ້ອມກັນນັ້ນສືບຕໍ່ມີບັນດາຮູບການພົບປະແລກປ່ຽນໃຫມ່.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top