• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​​ແບບພິ​ເສດ​ລະ​ຫວ່າງ ຫ​ວຽດ​ນາມ - ລາວ

ທ່ານ ດັ້ງມີງຄອຍ ໄດ້ອວຍພອນທ່ານນາງ  ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດ ລາວ ແລະ ບັນດາພະນັກງານສະຖານທູດ ລາວ ປະຈຳ ຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.

ທ່ານ ດັ້ງມີງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ແລະ ທ່ານ ນາງ  ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດ ລາວ ປະຈຳຈີນ (ພາບ: TTXVN)

ເນື່ອງໃນໂອກາດບຸນປີໃໝ່ຂອງ ລາວ, ຕອນຄ່ຳວັນທີ 9 ເມສາ, ທ່ານ ດັ້ງມີງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ພ້ອມດ້ວຍໝູ່ຄະນະພະນັກງານສະຖານທູດ ຫວຽດນາມ ປະຈຳ ຈີນໄດ້ໄປເຂົ້າຮ່ວມການພົບປະສັງສັນ ແລະ ອວຍພອນປີໃໝ່ຢູ່ສະຖານທູດ ລາວ ປະຈຳ ນະຄອນຫຼວງ ປັກກິ່ງ.

ທ່ານ ດັ້ງມີງຄອຍ ໄດ້ອວຍພອນທ່ານນາງ  ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດ ລາວ ແລະ ບັນດາພະນັກງານສະຖານທູດ ລາວ ປະຈຳ ຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ. ເອກອັກຄະລັດຖະທູດທັງສອງທ່ານໄດ້ພ້ອມກັນຫວນຄືນບັນດາບາດກ້າວພັດທະນາອັນດີງາມໃນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ໃນໄລຍະທີ່ຜ່ານມາ. ບົນຈິດໃຈນັ້ນ, ສະຖານທູດ ຫວຽດນາມ - ລາວ ປະຈຳຈີນໄດ້ຮ່ວມມືກັນຢ່າງບໍ່ຢຸດຢັ້ງ, ຢັ້ງຢືນການສະໜັບສະໜູນຢ່າງແຮງສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ກໍ່ຄືການສົບທົບກັນໃນບັນດາການເຄື່ອນໄຫວທາງການທູດສອງຝ່າຍ ແລະ ໃນຂອບເຂດສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງມີປະສິດທິຜົນ, ພະນັກງານສອງສະຖານທູດ, ພິເສດແມ່ນບັນດາພະນັກງານໜຸ່ມໄດ້ມີການເຄື່ອນໄຫວແລກປ່ຽນ, ພົບປະສັງສັນນຳກັນຫຼາຍຢ່າງເພື່ອເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top