• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ

ວັນທີ 22 ພະຈິກ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ສະມາຄົມທະນາຍຄວາມປະຊາທິປະໄຕສາກົນ, ກອງທຶນສາກົນ “ເສັ້ນທາງແຫ່ງສັນຕິພາບ” ແລະ ສູນ “ກົດໝາຍແຫ່ງສັນຕິພາບ” ໄດ້ສົມທົບກັນຈັດກອງປະຊຸມສຳມະນາສາກົນ “ການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ຄວາມຕ້ອງການເພີ່ມທະວີການຮ່ວມມືສາກົນ”.
  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ  

ກ່າວຄຳເຫັນໄຂກອງປະຊຸມ, ສາດສະດາຈານ Irina Umnova, ປະທານກອງທຶນສາກົນ “ເສັ້ນທາງແຫ່ງສັນຕິພາບ”, ໄດ້ຢັ້ງຢືນວ່າ ກອງປະຊຸມສຳມະນານີ້ ແມ່ນໂອກາດເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຮັບປະກັນສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ພ້ອມທັງໃຫ້ຄຳໝັ້ນສັນຍາສະໜັບສະໜູນສົນທະສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ແລະ ບັນດາຫຼັກການລວມ. ຕາມທ່ານແລ້ວ, ຫວຽດນາມ ແມ່ນຕົວຢ່າງໜຶ່ງກ່ຽວກັບການປະຕິບັດຫຼັກການລວມຂອງກົດໝາຍສາກົນຢ່າງຮອບດ້ານ. ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຈະສືບຕໍ່ດຳເນີນໄປຈົນຮອດເວລາໃດທີ່ບັນຫາທະເລຕາເວັນອອກໄດ້ຮັບການແກ້ໄຂ.

(ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top