• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ໃນ​ການ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ COP26

ຕອນເຊົ້າວັນທີ 24 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານ John Kerry ທູດພິເສດ ຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 22 – 25 ກຸມພາ.

ຕອນເຊົ້າວັນທີ 24 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານ John Kerry ທູດພິເສດ ຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 22 – 25 ກຸມພາ.

    

ທ່ານຮອງປະທານ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບທ່ານ John Kerry ທູດພິເສດ ຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (ພາບ: TTXVN)

ນະທີ່ນີ້, ທ່ານຮອງປະທານ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ ຫວຽດນາມ ກຳນົດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນໜ້າທີ່ຈຸດສຸມ. ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບລັດຖະບານ ສ້າງ ແລະ ປັບປຸງພື້ນຖານນິຕິກຳໃຫ້ສົມບູນແບບ ແນໃສ່ຊຸກຍູ້ການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່; ດັດປັບເປົ້າໝາຍຍຸດທະສາດເຕີບໂຕຂຽວຄືນໃໝ່; ພ້ອມທັງປາດຖະໜາວ່າ ອາເມລິກາ ຈະເພີ່ມທະວີການຊ່ວຍເຫຼືອ ຫວຽດນາມ ເພື່ອໃຫ້ ຫວຽດນາມ ປະຕິບັດຄຳໝັ້ນສັນຍາ ໃນ COP26 ໄດ້ຢ່າງຄົບຖ້ວນ.

     ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ປາດຖະໜາວ່າ ທ່ານທູດພິເສດ John Kerry ຈະຊຸກຍູ້ລັດຖະບານ ອາເມລິກາ ສະແດງຄຳໝັ້ນສັນຍາໜູນຊ່ວຍບົດບາດໃຈກາງຂອງ ອາຊຽນ ຢ່າງແຮງກວ່າອີກ; ສະໜັບສະໜູນການເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາແຫ່ງຊາດ ອາເມລິກາ.

     ສ່ວນທ່ານ John Kerry ທູດພິເສດ ຂອງປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ໃຫ້ຮູ້ວ່າ ອາເມລິກາ ຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດພະລັງງານຜະລິດຄືນໃໝ່, ເສດຖະກິດຂຽວ; ພ້ອມທັງຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ສວມບົດບາດສຳຄັນໃນການສ້າງກອບນິຕິກຳຊຸກຍູ້ການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ຢ່າງແຮງກວ່າອີກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top