• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ

ວັນທີ 5 ພະຈິກ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ພ້ອມກັບທ່ານນາງ ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne ໄດ້ເປັນປະທານຮ່ວມກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ປະຈຳປີ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີຄັ້ງທີ 2.


ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ລົງນາມເຂົ້າໃນໂຄງການກະທຳລວມໄລຍະ 2021 - 2023 ລະຫວ່າງ ກະຊວງການຕ່າງປະເທດສອງປະເທດ

(ພາບ: TTXVN)


ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມມານະພະຍາຍາມຮ່ວມມືໃນບັນດາຂົງເຂດສຳຄັນ ເພື່ອແນໃສ່ຟື້ນຟູເສດຖະກິດພາຍຫຼັງ ໂລກລະບາດ Covid – 19, ສອງຝ່າຍຢັ້ງຢືນວ່າ ຈະໜູນຊ່ວຍດ້ານເຕັກນິກໃນຂະແໜງກະສິກຳ, ສຳຜັດກັບຕະຫຼາດ ແລະ ຈະປຶກສາຫາລືບັນດາມາດຕະການ, ກົນໄກທີ່ເໝາະສົມ ເພື່ອສາມາດເຊື່ອມຕໍ່ບັນດາຖ້ຽວບິນໂດຍໄວເມື່ອ ສະພາບການກັບຄືນສູ່ເປັນປົກກະຕິ.

ກ່ຽວກັບຄວາມວິຕົກກັງວົນຢູ່ທະເລຕາເວັນອອກ, ສອງຝ່າຍໄດ້ຢັ້ງຢຶນເຖິງຄວາມສຳຄັນໃນການເພີ່ມທະວີການຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂການແຂດແຍ່ງດ້ວຍສັນຕິວິທີໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກ, ເວທີປາໄສພາກພື້ນ ແລະ ສາກົນເປັນຕົ້ນແມ່ນ ສປຊ, ອາຊຽນ/ EAS, ອານຸພາກພື້ນແມ່ນ້ຳຂອງ…

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ​ສົ່ງ​ຈົດ​ໝາຍອວຍ​ພອນ​ໄປ​ຍັງ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ລາວ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ​ສົ່ງ​ຈົດ​ໝາຍອວຍ​ພອນ​ໄປ​ຍັງ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ລາວ

50ປີຜ່ານມາ, ພະນັກງານ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ລຸ້ນຕ່າງໆ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາ ແລະ ເສີມຂະຫຍາຍການພົວພັນແບບພິເສດ ຫວຽດນາມ - ລາວ.

Top