• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະວີ​ການ​ຮ່ວມ​ມືກ່ຽວ​ກັບ​ວຽກ​ງານ​​ບັນ​ດາ​ເຜົ່າ​ລະຫວ່າງ ​ຫວຽດນາມ - ລາວ

ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ເຫົາອາເລັງ ໃຫ້ຮູ້ທັດສະນະຂອງພັກ ແລະ ລັດ ຫວຽດນາມ ແມ່ນບັນຫາຊົນເຜົ່າ, ນະໂຍບາຍຊົນເຜົ່າຍາມໃດກໍ່ໄດ້ຮັບຖືເປັນສຳຄັນ ແລະ ມີບົດບາດພິເສດ, ຕາມຫຼັກການສະເໝີພາບ, ສາມັກຄີ, ມຸ່ງໄປເຖິງຈຸດໝາຍສ້າງຄວາມສາມັກຄີທົ່ວປວງຊົນທັງຊາດ.

ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ເຫົາອາເລັງ ໃຫ້ຮູ້ທັດສະນະຂອງພັກ ແລະ ລັດ ຫວຽດນາມ ແມ່ນບັນຫາຊົນເຜົ່າ, ນະໂຍບາຍຊົນເຜົ່າຍາມໃດກໍ່ໄດ້ຮັບຖືເປັນສຳຄັນ ແລະ ມີບົດບາດພິເສດ, ຕາມຫຼັກການສະເໝີພາບ, ສາມັກຄີ, ມຸ່ງໄປເຖິງຈຸດໝາຍສ້າງຄວາມສາມັກຄີທົ່ວປວງຊົນທັງຊາດ.

   

ທ່ານສິນລະວົງ ຂຸດໄພທຸນ ກຳມະການກົມການເມືອງ, ປະທານສູນກາງແນວລາວສ້າງຊາ ແລະ ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ເຫົາອາເລັງ

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຄະນະກຳມະການຊົນເຜົ່າຂອງລັດຖະບານ ໂດຍທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ເຫົາອາເລັງ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບທ່ານສິນລະວົງ ຂຸດໄພທຸນ ກຳມະການກົມການເມືອງ, ປະທານສູນກາງແນວລາວສ້າງຊາດ. ທີ່ການພົບປະ, ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ເຫົາອາເລັງ ໃຫ້ຮູ້ທັດສະນະຂອງພັກ ແລະ ລັດ ຫວຽດນາມ ແມ່ນບັນຫາຊົນເຜົ່າ, ນະໂຍບາຍຊົນເຜົ່າຍາມໃດກໍ່ໄດ້ຮັບຖືເປັນສຳຄັນ ແລະ ມີບົດບາດພິເສດ, ຕາມຫຼັກການສະເໝີພາບ, ສາມັກຄີ, ມຸ່ງໄປເຖິງຈຸດໝາຍສ້າງຄວາມສາມັກຄີທົ່ວປວງຊົນທັງຊາດ. ທ່ານ ເຫົາອາເລັງ ອວຍພອນ ສາຍພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບພັດທະນາ, ພ້ອມກັນນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ 2 ປະເທດ ແລະ ປະຊາຊົນສອງຊາດ, ປະກອບສ່ວນແທດຈິງເຂົ້າໃນການປົກປັກຮັກສາ, ເສີມຂະຫຍາຍການພົວພັນມິດຕະພາບອັນຍີ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບພັດທະນາ, ຂຽວສົດງົດງາມ.

(ແຫຼ່ງຄັດຈາກ VOV)

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ ດີສຸດຢູ່ ຫວຽດນາມ

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ “ດີສຸດຢູ່ ຫວຽດນາມ”

ຫວ່າງແລ້ວນີ້ ວາລະສານທ່ອງທ່ຽວ ອາເມລິກາ CnTraveler ໃຫ້ຮູ້ວ່າ: ມີໂຮງແຮມ ຫວຽດນາມຫລາຍແຫ່ງໄດ້ຄັດເລືອກເຂົ້າບັນຊີລາຍຊື່ແຖວຫນ້າໂລກຂອງວາລະສານນີ້.

Top