• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ຄວາມ​ໄວ​ໃນ​ການ​ບຸກ​ທະ​ລຸ, ຕັດ​ສິນ​ໃຈ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ ຢ່າງ​ມີ​ໄຊ

ວັນ​ທີ 5 ເມ​ສາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງ​ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້ “ເພີ່ມ​ຄວາມ​ໄວ​ໃນ​ການ​ບຸກ​ທະ​ລຸ, ຕັດ​ສິນ​ໃຈປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ ຢ່າງ​ມີ​ໄຊ”.

ຫວນ​ຄືນ​ອາ​ຍຸ​ການ 2021 – 2025, ຕາມທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບໄດ້​ສະ​ແດງ​ຄຸນ​ນະ​ທາດ​ຢ່າງ​ໝັ້ນ​ແກ່​ໜ, ຜ່ານ​ຜ່າ​ “ພາ​ຍຸ​ລົມ​ແຮງ”, ມາ​ນະ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ເປັນ​ໜ້າ​ສຳ​ຄັນ​ທີ່​ສຸດ. ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ: ການ​ຄວບ​ຄຸນ​ພະ​ຍາດ​ໂຄວິດ - 19 ໃຫ້​ສຳ​ເລັດ​ຜົນ, ພ້ອມ​ທັງ​ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ພື້ນ​ຖານ​ເສດ​ຖະ​ກິ​ດ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງ​ນອນ​ໃນ​ກຸ່ມ​ມີ​ການ​ເຕີບ​ໂຕ​ສູງ​ແຖວ​ໜ້າ​ພາກ​ພື້ນ ແລະ ໂລກ​ໃນ​ຂະ​ນະ​ທີ່​ຍັງ​ຮັກ​ສາ​ໄດ້​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ​ໄດ້​ຮັບ​ຜົນ​ດີ, ຮັບ​ປະ​ກັນ​ບັນ​ດາ​ຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ວັດ​ສັບ​ຊ້ອນ​ປະ​ເທດ​ຊາດ​ຄືນ​ໃໝ່ຢ່າງ​ຂ້ຽວ​ຂາດ ແລະ ມີ​ປະ​ສິດ​ທິ​ຜົນ, ປັບ​ປຸງ​ກົງ​ຈັກ​ຂອງ​ລະ​ບົບ​ການ​ເມືອງ​ໃຫ້​ກະ​ທັດ​ລັດ​ລົງ, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ສອງ​ຂັ້ນ ຕິດ​ພັນ​ກັບ​ການ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ, ແບ່ງ​ຂັ້ນ, ແບ່ງ​ອຳ​ນາດ. ເພາະ​ສະ​ນັ້ນ, ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ​ໄດ້​ຮັບ​ການ​ຍົກ​ສູງ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ມີ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

ສິ້ນ​ສຸດ​ບົດ​ຂຽນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ແນ່ນອນ​ຈະ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ຢ່າງ​ມີ​ໄຊ, ບັນ​ລຸ ສອງ​ເປົ້າ​ໝາຍ​ຍຸດ​ທະ​ສາດ 100 ປີ​ດ້ວຍ​ທັດ​ສະ​ນະ​ລຸ​ລ່ວງ​ແມ່ນ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ຕິດ​ພັນ​ກັບ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ປະ​ຕິ​ບັດ​ການ​ຫັນ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຈະ​ເລີນ​ຮຸ່ງ​ເຮືອງ, ຮັ່ງ​ມີ​ເຂັ້ມ​ແຂງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

(ແຫຼ່ງຄັດຈາກ VOV)

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ເຫ​ດ​ການ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຂຶ້ນ​ດ້ວຍ​ຫົວ​ຂໍ້ “ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​ຕ້ານ​ພະ​ຍາດ - ເພື່ອ​ຫວຽດ​ນາມ​ເຂັ້ມ​ແຂງ”.

Top