• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ເຫ​ດ​ການ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຂຶ້ນ​ດ້ວຍ​ຫົວ​ຂໍ້ “ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​ຕ້ານ​ພະ​ຍາດ - ເພື່ອ​ຫວຽດ​ນາມ​ເຂັ້ມ​ແຂງ”.

ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ (7 ເມ​ສາ) ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ເມ​ສາ ຢູ່​ຮ່າ​ໂນ້ຍ. ເຫ​ດ​ການ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຂຶ້ນ​ດ້ວຍ​ຫົວ​ຂໍ້ “ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​ຕ້ານ​ພະ​ຍາດ - ເພື່ອ​ຫວຽດ​ນາມ​ເຂັ້ມ​ແຂງ”. ນີ້​ແມ່ນ​ຄັ້​ງ​ທຳ​ອິດ, ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ ຊີ້​ແຈ້ງວ່າ:

ກົມ​ການ​ເມືອງ​ຕັດ​ສິນ​ໃຈ​ ເອົາ​ວັນ​ທີ 7 ເມ​ສາ​ ​ຂອງທຸກ​ປີ​​ແມ່ນ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ. ແລະ​ປີ 2026 ແມ່ນ​ປີ​ທຳ​ອິດ​ຜັນ​ຂະ​ຫຍາຍ​ດ້ວຍ​ຫົວ​ຂໍ້ ເປັນ​ເຈົ້າ​ການ​ປ້ອງ​ກັນ​ຕ້ານ​ພະ​ຍາດ​ເພື່ອ​ຫວຽດ​ນາມ​ເຂັ້ມ​ແຂງ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ປຸກ​ລະ​ດົມ​ທີ່​ມີ​ລັກ​ສະ​ນະຂະ​ບວນ​ການ​ ເທົ່າ​ນັ້ນ ​ຫາກ​ຍັງ​ແມ່ນ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ, ຫັນ​ປ່ຽນ​ຈາກ​ຈິນ​ຕະ​ນາ​ການ​ປິ່ວ​ປົວ​ພະ​ຍາດ​ມາ​ເປັນ​ການ​ປ້ອງ​ກັນ​ຕ້ານ​ພະ​ຍາດ​ເປັນ​ຈຸດ​ສຸມ, ພື້ນ​ຖານ, ຍາວ​ນານ, ຖື​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ເຂົ້າ​ໃຈ​ກາງ​ຂອງ​ທຸກ​ນະ​ໂຍ​ບາຍ​ພັດ​ທະ​ນາ​ປະ​ເທດ​ຊາດ.

ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງສະ​ເໜີ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ກໍ່​ສ້າງ ແລະ ແຜ່​ກະ​ຈາຍ​ຢ່າງ​ແຮງວັດ​ທະ​ນະ​ທຳ​ສຸ​ຂະ​ພາບ​ໃນ​ທົ່ວ​ສັງ​ຄົມ, ສຸມ​ໃສ່​ພັດ​ທະ​ນາ​ການ​ແພດ​ສຳ​ຮອງ ແລະ ການ​ແພດ​ຮາກ​ຖານ, ຮັບ​ປະ​ກັນ​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ໄດ້​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ເບື້ອງ​ຕົ້ນ​ທີ່​ມີ​ຄຸນ​ນະ​ພາບ, ທັນ​ການ, ສະ​ດວກ; ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຂົງ​ເຂດ​ການ​ແພດ, ໝູນ​ໃຊ້​ຂໍ້​ມູນ​ໃຫຍ່, ປັນ​ຍາ​ປະ​ດິດ​ໃນ​ການ​ຄາດ​ຄະ​ເນ, ຄຸ້ມ​ຄອງ​ສຸ​ຂະ​ພາບ, ຜັນ​ຂະ​ຫຍາຍ​ເອ​ກະ​ສານ​ສຸ​ຂະ​ພາບ​ດີ​ຈີ​ຕອນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ…

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ສະ​ເໜີ ກູ​ເວດ​ ພ້ອມ​ກັນ​ປະ​ສານ​ສົມ​ທົບ​ເພື່ອ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ສະ​ເໜີ ກູ​ເວດ​ ພ້ອມ​ກັນ​ປະ​ສານ​ສົມ​ທົບ​ເພື່ອ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ສອງ​ຝ່າຍ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ພາ​ຮ່ວມ​ມື​ເຂດ​ອ່າວ (GCC), ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຢ່າງ​ແຮງ​ລະ​ຫວ່າງວິ​ສາ​ຫະ​ກິດ​ສອງ​ປະ​ເທດ.

Top