• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ

2 ປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ສາມັກຄີຮ່ວມແຮງຮ່ວມໃຈ, ພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ພ້ອມກັນພັດທະນາ ເພື່ອຄວາມຜາສຸກຂອງປະຊາຊົນ 2 ປະເທດ.
(ພິທີຕ້ອນຮັບ ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ່າງເປັນທາງການດ້ວຍພິທີສູງສຸດສຳລັບປະມຸກລັດ)

ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ, ວັນທີ 09 ສິງຫາ, ທ່ານປະທານປະເທດແຫ່ງ ສສ.ຫວຽດນາມ ຫງວຽນຊວັນຟຸກ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີປະເທດ ສປປ.ລາວ ຢ່າງເປັນທາງການ. ການຢ້ຽມຢາມເປັນການຢັ້ງຢືນວ່າ ເຖິງວ່າສະພາບການສາກົນ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ພິເສດແມ່ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ກໍຕາມ, ແຕ່ 2 ປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ສາມັກຄີຮ່ວມແຮງຮ່ວມໃຈ, ພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ພ້ອມກັນພັດທະນາ ເພື່ອຄວາມຜາສຸກຂອງປະຊາຊົນ 2 ປະເທດ.

        ລາວ ແມ່ນປະເທດທຳອິດເຊິ່ງ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເລືອກໄປຢ້ຽມຢາມ ພາຍຫຼັງສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງເປັນປະທານປະເທດ ອາຍຸການໃໝ່ ແລະ ພາຍຫຼັງການຢ້ຽມຢາມ ຫວຽດນາມ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນເດືອນ ມິຖຸນາ ຜ່ານມາ. ການຢ້ຽມຢາມມີຄວາມໝາຍພິເສດ, ຢືນຢັນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງທັງ 2 ປະເທດ, ພິເສດຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຮັດໃຫ້ການພົວພັນອັນສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດໃນອາຍຸການໃໝ່ເລິກເຊິ່ງກວ່າອີກ.

ສາຍພົວພັນອັນສະໜິດແໜ້ນ, ສັດຊື່ບໍລິສຸດ

        59 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 44 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ, ການຮ່ວມມືລະຫວ່າງ ຫວຽດນາມ - ລາວ ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຍົກລະດັບ, ໜູນຊ່ວຍເຊິ່ງກັນແລະກັນໃນການພັດທະນາ, ພ້ອມກັນຍາດໄດ້ບັນດາຜົນງານທີ່ໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດທາງດ້ານເສດຖະກິດ, ສັງຄົມ, ການຕ່າງປະເທດ. ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 ທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ທຸກການເຄື່ອນໄຫວ, ການນຳ 2 ປະເທດຍັງຈັດຕັ້ງບັນດາການພົບປະຂັ້ນສູງເປັນປະຈຳ ຕາມຮູບການທີ່ເໝາະສົມ, ການຮ່ວມມືໃນຂົງເຂດການເມືອງສືບຕໍ່ໄດ້ຮັບການຮັດແໜ້ນ, ໃກ້ຊິດສະໜິດສະໜົມ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຢ່າງເລິກເຊິ່ງ.

        ໃນການຢ້ຽມຢາມລາວ ເປັນເວລາ 2 ວັນນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະເຂົ້າຮ່ວມພິທີເປີດ ແລະ ມອບຮັບຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍເນື່ອງໃນໂອກາດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ ໄປຢ້ຽມຢາມ ລາວ ໃນເດືອນ ພະຈິກ 2016. ພາຍຫຼັງພິທີວາງສີລາລຶກກໍ່ສ້າງໃນເດືອນ ພະຈິກ 2017, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລ້ວນແຕ່ໄປກວດກາລະດັບຄວາມຄືບໜ້າຂອງການກໍ່ສ້າງກິດຈະກຳພິເສດນີ້ໃນປີ 2018 ແລະ 2019.

(ທ່ານ ພົນຈັດຕະວາ ຫງວຽນກວກຢຸງ, ຜູ້ບັນຊາການແມ່ທັບນ້ອຍ 11)

ທ່ານ ພົນຈັດຕະວາ ຫງວຽນກວກຢຸງ, ຜູ້ບັນຊາການແມ່ທັບນ້ອຍ 11, ກະຊວງປ້ອງກັນປະເທດ ຫວຽດນາມ, ເຊິ່ງແມ່ນກົມກອງເປັນກຽດຮັບເໝົາກໍ່ສ້າງກິດຈະກຳພິເສດນີ້ໃຫ້ຮູ້ວ່າ: ຫໍສະພາແຫ່ງຊາດລາວ ແມ່ນກິດຈະກຳພິເສດ, ໃນຕະຫຼອດໄລຍະ 38 ເດືອນແຫ່ງການກໍ່ສ້າງ, ບັນດາການຢ້ຽມຢາມຂອງພະນັກງານ, ນັກຮົບ ແລະ ກຳມະກອນຢູ່ເຂດກໍ່ສ້າງນີ້ຂອງບັນດາການນຳຂັ້ນສູງ 2 ປະເທດ ໄດ້ເປັນການລະດົມກຳລັງໃຈໃຫ້ແກ່ບັນດາກຳລັງກໍ່ສ້າງ ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກກ່ຽວກັບດິນຟ້າອາກາດ, ພິເສດແມ່ນໂລກລະບາດໂຄວິດ-19 ເພື່ອກໍ່ສ້າງໂຄງການໃຫ້ສຳເລັດ. ພາຍຫຼັງດຳເນີນການກໍ່ສ້າງເປັນເວລາເກືອບ 1.300 ວັນ, ດ້ວຍກວ່າ 4 ລ້ານຊົ່ວໂມງເຮັດວຽກອອກແຮງງານທີ່ປອດໄພນັ້ນ, ກິດຈະກຳໄດ້ກໍ່ສ້າງສຳເລັດ ແລະ ພ້ອມແລ້ວທີ່ຈະຮັບໃຊ້ບັນດາເຫດການສຳຄັນຂອງປະເທດເພື່ອນ ລາວ.

        “ພວກຂ້າພະເຈົ້າຕັດສິນໃຈກໍ່ສ້າງ ແລະ ສຸມທຸກແຫຼ່ງກຳລັງ, ພາຫະນະອຸປະກອນທີ່ມີຢູ່ແລ້ວຂອງແມ່ທັບນ້ອຍ; ພ້ອມທັງລົງທຶນຊື້ອຸປະກອນທີ່ທັນສະໄໝໃນໂລກຕື່ມອີກ ກໍຄືລົງທຶນດ້ວຍແຫຼ່ງທຶນທັງໝົດທີ່ມີຢູ່ແລ້ວຂອງແມ່ທັບນ້ອຍເພື່ອລົງນາມກ່ອນ, ລົງນາມກັບບັນດານັກສະໜອງອຸປະກອນກໍ່ສ້າງ. ຕ້ອງເປັນຄືແນວນັ້ນພວກເຮົາຈຶ່ງຮັບປະກັນລະດັບຄວາມຄືບໜ້າໃນການກໍ່ສ້າງ. ນັ້ນແມ່ນນ້ຳໃຈຂອງທະຫານລຸງໂຮ່”.

        ໂດຍໄດ້ຮັບການກໍ່ສ້າງຕາມຮູບແບບ ແລະ ໂຄງຮ່າງຫຼັກຈາກທຸງຊາດຂອງລາວ, ກິດຈະກຳຫໍສະພາແຫ່ງຊາດຫຼັງໃໝ່ແມ່ນການສົມທົບກັນຢ່າງກົມກຽວລະຫວ່າງວັດທະນະທຳ, ລວດລາຍທີ່ເຂັ້ມຂຸ້ນໄປດ້ວຍສີສັນ, ຮີດຄອງປະເພນີຂອງລາວ ແລະ ບັນດາມາດຕະການດ້ານເຕັກໂນໂລຊີ, ອຸປະກອນທີ່ທັນສະໄໝ, ເຕັກນິກ, ເຕັກໂນໂລຊີຄຸ້ມຄອງການດຳເນີນການກໍ່ສ້າງທີ່ກ້າວໜ້າຂອງຫວຽດນາມ.

 ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ຖືວ່າ ເຖິງວ່າຫວຽດນາມ ກໍ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ດ້ວຍນ້ຳໃຈຖານສະຫາຍອ້າຍນ້ອງ, ຫວຽດນາມ ໄດ້ແບ່ງປັນແຫຼ່ງກຳລັງໜູນຊ່ວຍພັກ, ລັດ ແລະ ປະຊາຊົນລາວ ເພື່ອກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ ດ້ວຍມູນຄ່າການລົງທຶນ ສູງ. ເລື່ອງກໍ່ສ້າງກິດຈະກຳດັ່ງກ່າວແມ່ມມີຄວາມໝາຍສຳຄັນຍິ່ງ ເຊິ່ງໄດ້ຮັບການກໍ່ສ້າງໃນຈຸດເວລາທີ່ທັງ 2 ປະເທດພວມສຸມທຸກແຫຼ່ງກຳລັງເພື່ອຕ້ານການແຜ່ລະບາດຂອງໂລກລະບາດໂຄວິດ-19. ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈເປັນຢ່າງສູງຂອງທັງ 2 ຝ່າຍ, ກິດຈະກຳຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ໄດ້ຖືກນຳເຂົ້າຮັບໃຊ້ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດລາວ ຊຸດທີ IX ໃນເດືອນ ມີນາ ຜ່ານມາ.

 ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ໄດ້ເປີດ ແລະ ມອບຮັບໃນການຢ້ຽມຢາມລາວ ຂອງ ທ່ານປະທານປະເທດ ຫງວຽນຊວັນຟຸກ ຄັ້ງນີ້ ແມ່ນສິ່ງທີ່ພິສູດຢ່າງມີຊີວິດຊີວາ ແລະ ແມ່ນການກະທຳຢ່າງລະອຽດເພື່ອປະກອບສ່ວນສືບຕໍ່ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ. ເປັນຂີດໝາຍພັດທະນາໃໝ່ໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top