• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈມິດຕະພາບລະຫວ່າງບັນດາອົງການການທູດ ແລະ ເພື່ອນມິດສາກົນ

      ແນໃສ່ເພີ່ມຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງບັນດາອົງການການຕ່າງປະເທດ ຫວຽດນາມ ແລະ ບັນດາອົງການການທູດຕ່າງປະເທດຕ່າງໆ.

ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ປະທານກິດຕິມະສັກກຸ່ມແມ່ຍິງປະຊາຄົມ ອາຊຽນ
      ຕອນບ່າຍວັນທີ 27 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ບໍລິສັດການບໍລິການອົງການຕ່າງປະເທດຈຳກັດຜູ້ດຽວ (FOSCO) ໄດ້ສົມທົບກັບບັນດາສະຖານກົງສູນປະຈຳ ນະຄອນ ໂຮ່ຈີມິນ, ບັນດາອົງການການຕ່າງປະເທດຂອງນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ຈັດຕັ້ງການແຂ່ງຂັນ “ຄອບຄົວການທູດແຕ່ງອາຫານຄັ້ງທີ 2-2018” ແນໃສ່ເພີ່ມຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງບັນດາອົງການການຕ່າງປະເທດ ຫວຽດນາມ ແລະ ບັນດາອົງການການທູດຕ່າງປະເທດຕ່າງໆ.
       ເຂົ້າຮ່ວມການແຂ່ງຂັນ, ມີ 30 ທີມທີ່ມາຈາກສະຖານທູດບັນດາປະເທດປະຈຳ ຫວຽດນາມ, ສະຖານກົງສູນໃຫຍ່ປະຈຳນະຄອນ ໂຮ່ຈີມິນ ພ້ອມດ້ວຍບັນດາອົງການຕາງໜ້າຂຶ້ນກັບກະຊວງການຕ່າງປະເທດ…ທີ່ການແຂ່ງຂັນ, ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ປະທານກິດຕິມະສັກກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ:
       ສຳລັບພວກຂ້າພະເຈົ້າ - ບັນດາພະນັກງງານການທູດແລ້ວ ນີ້ແມ່ນໜຶ່ງໃນບັນດາຮູບແບບການທູດ ສຳຄັນທີ່ສຸດ, ອາດຈະແມ່ນຮູບການຮ່ວມມື ແລະ ພົວພັນແລກປ່ຽນກັນຄັ້ງທຳອິດໃນວຽກງານການຕ່າງປະເທດ, ເຊິ່ງພວກຂ້າພະເຈົ້າເອີ້ນວ່າ ການທູດອາຫານ”. ນີ້ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ນ້ຳໃຈມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.
 (ແຫຼ່ງຄັດຈາກ VOV)
 

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ແລະກໍ່ໃນຕອນບ່າຍວັນດຽວກັນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ

Top