• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການໂຄສະນາທ່ອງທ່ຽວ ຫວຽດນາມ ຢູ່ງານຕະຫລາດນັດທ່ອງທ່ຽວໃຫຍ່ສຸດໂລກ

      ງານຕະຫລາດນັດທ່ອງທ່ຽວສາກົນ ITB Berlin 2019 ແມ່ນໜຶ່ງໃນບັນດາງານບຸນທ່ອງທ່ຽວໃຫຍ່ສຸດໂລກ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດ, ບໍລິສັດທ່ອງທ່ຽວ 10.000 ແຫ່ງທີ່ມາຈາກເກືອບ 190 ປະເທດ ແລະ ເຂດແຄ້ວນໃນໂລກ. 
            ຫວຽດນາມ ມີວິສາຫະກິດທ່ອງທ່ຽວສາກົນ, ເຂດພັກຜ່ອນບຳລຸງສຸຂະພາບ  58 ແຫ່ງ ແລະ ບາງທ້ອງຖິ່ນຄື: ດ່າໜັງ, ເຫວ໊, ກ໋ວາງນາມ… ເຂົ້າຮ່ວມງານຕະຫລາດນັດທ່ອງທ່ຽວຄັ້ງນີ້
        ຮ້ານວາງສະແດງຂອງ ຫວຽດນາມ ຢູ່ ITB Berlin 2019 ດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ອຸດົມສົມບຸນ, ຫລາຍຮູບຫລາຍແບບ ໄດ້ສະໜອງໃຫ້ແຂກທ່ອງທ່ຽວ, ເພື່ອນມິດສາກົນບັນດາຜະລິດຕະພັນທ່ອງທ່ຽວດີເດັ່ນທີ່ສຸດຂອງ ຫວຽດນາມ, ດັ່ງນັ້ນ ໄດ້ຮັບຄວາມສົນໃຈຈາກແຂກທ່ອງທ່ຽວມາຢ້ຽມຊົມນັບພັນຄົນ.
        ນອກຈາກເລື່ອງແນະນຳ, ໂຄສະນາການທ່ອງທ່ຽວ, ບັນດາຮ້ານວາງສະແດງຂອງ ຫວຽດນາມ ກໍ່ເອົາໃຈໃສ່ແນະນຳກ່ຽວກັບວັດທະນະທຳ ແລະ ບັນດາຜົນງານການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ຜ່ານນັ້ນ, ສົ່ງເສີມກາລະໂອກາດຊຸກຍູ້ການພົວພັນເສດຖະກິດ, ການຄ້າ, ການທ່ອງທ່ຽວ; ໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ.
        ງານຕະຫລາດນັດທ່ອງທ່ຽວສາກົນ ITB Berlin 2019 ດຳເນີນແຕ່ວັນທີ 6 – 10 ມີນາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top