• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງ ຫວຽດນາມ ແລະ ຄະນະເລຂາ ອາຊຽນ

ຂໍ້ລິເລີ່ມເວທີປາໄສອະນາຄົດ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື.
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn (ພາບ: TTXVN)

ຕອນບ່າຍວັນທີ 23 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະ, ເຮັດວຽກກັບທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn, ເນື່ອງໃນໂອກາດທ່ານເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ (AFF) ຢູ່ ຮ່າໂນ້ຍ.

ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ປາດຖະໜາວ່າ, ທ່ານເລຂາທິການໃຫຍ່ ອາຊຽນ ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອນຳເວທີປາໄສກາຍເປັນກົນໄກແລກປ່ຽນຢ່າງຮອບດ້ານ ແລະ ກວມລວມໃຫ້ບັນດາເຈົ້າໜ້າທີ່ລັດຖະບານ, ນັກຄົ້ນຄວ້າ, ນັກຮຽນຮູ້… ເພື່ອຊອກຫາມາດຕະການແກ້ໄຂໃຫ້ແກ່ບັນຫາສະຖານະການການເມືອງ, ຍຸດທະສາດທີ່ວາງອອກໃຫ້ແກ່ ອາຊຽນ…

ສ່ວນທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ໃຫ້ຮູ້ວ່າ, ຂໍ້ລິເລີ່ມເວທີປາໄສອະນາຄົດ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື. ທ່ານໄດ້ເນັ້ນໜັກເຖິງບຸລິມະສິດໃນບັນດາຂົງເຂດການລົງທຶນ, ການຄ້າ ແລະ ທ່ອງທ່ຽວ, ຖືເປັນສຳຄັນການຮ່ວມມືອະນຸພາກພື້ນ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ, ໜູນຊ່ວຍຮັດແຄບຊ່ອງຫວ່າງການພັດທະນາ, ເພີ່ມທະວີການເຊື່ອມຕໍ່, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ບັນດາປະເທດສະມາຊິກ ອາຊຽນ.

ແລະກໍ່ໃນຕອນບ່າຍວັນທີ 23 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ພົບປະກັບທ່ານຮອງລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ ບຣຸໄນ Darussalam Dato Pehin Erywan Yusof ເນື່ອງໃນໂອກາດທ່ານມາ ຫວຽດນາມ ເຂົ້າຮ່ວມ AFF.

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top