• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ນອກແວ

ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຕີລາຄາວ່າ ການພົວພັນຮ່ວມມື ຫວຽດນາມ - ນອກແວ ໃນໄລຍະຜ່ານມາໄດ້ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ.
ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ພົບປະເຈລະຈາກັບອົງມົງກຸດລາຊະກຸມມານ ນອກແວ Haakon Magnus (ພາບ: TTXVN)

ໂດຍສືບຕໍ່ລາຍການໄປຢ້ຽມຢາມລາຊະອານາຈັກ ນອກແວ ຢ່າງເປັນທາງການ, ວັນທີ 23 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ພົບປະເຈລະຈາກັບອົງມົງກຸດລາຊະກຸມມານ ນອກແວ Haakon Magnus.

ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຕີລາຄາວ່າ ການພົວພັນຮ່ວມມື ຫວຽດນາມ - ນອກແວ ໃນໄລຍະຜ່ານມາໄດ້ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ນອກແວ ສົມທົບກັນຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະສະມາຄົມການຄ້າເສລີ ເອີລົບ (EFTA) ກໍ່ຄືໜູນຊ່ວຍ ຫວຽດນາມ ປະຕິບັດຄຳໝັ້ນສັນຍາໃນຂອງເຂດຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP).

ສ່ວນອົງມົງກຸດລາຊະກຸມມານ ນອກແວ Haakon Magnus ໃຫ້ຄຳໝັ້ນສັນຍາວ່າ, ລາຊະອານາຈັກ ແລະ ລັດຖະບານ ນອກແວ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນສີຂຽວ ແລະ ພັດທະນາພະລັງານທົດແທນ. ທ່ານຢືນຢັນວ່າ, ນອກແວ ພ້ອມແລ້ວຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການຫັນເປັນສີຂຽວໃຫ້ບັນລຸຜົນສຳເລັດ, ພິເສດແມ່ນຄຳໝັ້ນສັນຍານຳການປ່ອຍກາກບອນເປັນ 0 ໃນປີ 2050.

ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ໄດ້ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ນອກແວ Jonas Gahr Store ຢູ່ຫໍນາຍົກລັດຖະມົນຕີ. ຢູ່ທີ່ນີ້, ການນຳ 2 ທ່ານໄດ້ເຫັນດີຕ້ອງຄົ້ນຄວ້າຄວາມສາມາດສ້າງຕັ້ງຮ່ວມມືມີລັກສະນະຍຸດທະສາດໃນຫຼາຍຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ.

(ແຫຼ່ງຄັດຈາກ VOV)

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ກ່າວ​ເຕືອນ​ວ່າ ຕະຫຼາດ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ​ພວມ​ກ້າ​ວ​ເຂົ້າ​ສູ່​ໄລ​ຍະ​ຂາດ​ເຂີນ​ແຫຼ່ງ​ສະ​ໜອງ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ການ​ປິດ​ປະ​ຕູ​ຊ່ອງ​ແຄມ​ທະ​ເລ Hormuz.

Top