• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ສະພາທີ່ປຶກສາການເມືອງຈີນ

      ຕອນເຊົ້າວັນທີ 25 ສິງຫາ, ທີ່ ຮ່າໂນ້ຍ, ທ່ານ ເຈິ່ນແທງເມິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແຢວນໄກວເຣິ໋ນ ກຳມະການສູນກາງພັກ ກອມມູນິດ ຈີນ,

ທ່ານ ເຈິ່ນແທງເມິນ ແລະ ທ່ານ ແຢວນໄກວເຣິ໋ນ (ພາບ: TTXVN)
      ຮອງຫົວໜ້າກຳມາທິການການຕ່າງປະເທດ ສະພາທີ່ປຶກສາການເມືອງ ປຊຊ ຈີນ ເນື່ອງໃນໂອກາດທີ່ຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານ ເຈິ່ນແທງເມິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະແດງຄວາມປາຖະໜາວ່າ ສອງຝ່າຍຈະເປີດກວ້າງການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນໃນການຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປົກປັກຮັກສາສິ່ງແວດລ້ອມ, ຜັນຂະຫຍາຍລາຍການຮ່ວມມືລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງ ປຊຊຈີນ ໄລຍະ 2014-2019.
        ສ່ວນທ່ານ ແຢວນໄກວເຣິ໋ນ ກໍ່ຢືນຢັນວ່າ, ສະພາທີ່ປຶກສາການເມືອງ ປຊຊຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນກັບແນວໂຮມປະເທດຊາດ ຫວຽດນາມ ໃນບັນດາຂົງເຂດ, ຜ່ານນັ້ນຊຸກຍູ້ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງສອງປະເທດໃຫ້ກ້າວເຂົ້າສູ່ລວງເລິກ.
(ແຫຼ່ງຄັດຈາກ VOV)
 
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top