• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ

ສະພາແຫ່ງຊາດ 2 ປະເທດຕ້ອງສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃຫ້ນັບມື້ນັບດີຍິ່ງໆຂຶ້ນ, ໃນນັ້ນມີການປັບປຸງລັດຖະທຳມະນູນຂອງ ລາວ ໃນໄລຍະຈະມາເຖິງນີ້
(ທີ່ການພົບປະເຈລະຈາ)

ຕອນບ່າຍວັນທີ 08 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ເນື່ອງໃນໂອກາດເຂົ້າຮ່ວມການພົບປະກັບບັນດາການນຳ ອາຊຽນ - AIPA ຄັ້ງທີ 13, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ, ພົນໂທ ເຈິ່ນກວາງເຟືອງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເຫັນດີນຳກັນວ່າ ສະພາແຫ່ງຊາດ 2 ປະເທດຕ້ອງສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃຫ້ນັບມື້ນັບດີຍິ່ງໆຂຶ້ນ, ໃນນັ້ນມີການປັບປຸງລັດຖະທຳມະນູນຂອງ ລາວ ໃນໄລຍະຈະມາເຖິງນີ້, ຕິດຕາມກວດກາບັນດາໂຄງການໃໝ່, ຈຸດສຸມ; ສົມທົບກັນລະຫວ່າງ 2 ຝ່າຍເພື່ອຕິດຕາມຫົວເລື່ອງລວມ… ພ້ອມນັ້ນ, ທ່ານກໍ່ເນັ້ນໜັກວ່າ, 2 ປະເທດຕ້ອງເພີ່ມທະວີຊຸກຍູ້ການພົວພັນດ້ານເສດຖະກິດ, ການລົງທຶນໃຫ້ພັດທະນາຢ່າງດີງາມ ສອດຄ່ອງກັບການພົວພັນດ້ານການເມືອງ; ຮ່ວມມືແລກປ່ຽນດ້ານກະສິກຳ, ຄົມມະນາຄົມ, ທາງລົດໄຟ, ບັນດາໂຄງການພັດທະນາເຮືອນຢູ່ລະຫວ່າງ 2 ຝ່າຍ.

ສ່ວນທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຢືນຢັນວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບບັນດາອົງການຂອງສະພາແຫ່ງຊາດ ລາວ ຊຸກຍູ້ການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ, ປັບປຸງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ. ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ ລາວ ຮັບດຳລົງຕຳແໜ່ງປະທານ ອາຊຽນ ແລະ ປະທານ AIPA ໃຫ້ປະສົບຜົນສຳເລັດ; ພ້ອມແລ້ວຈະແບ່ງປັນບົດຮຽນ, ໜູນຊ່ວຍ ລາວ.

ກ່ອນໜ້ານັ້ນ, ໄດ້ຈັດໃຫ້ມີການພົບປະເຈລະຈາລະຫວ່າງທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ, ພົນໂທ ເຈິ່ນກວາງເຟືອງ ແລະ ທ່ານຮອງປະທານສະພາແຫ່ງຊາດ ລາວ, ພົນໂທ ສຸວອນ ຫຼວງບຸນມີ. ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີສືບຕໍ່ທ່າພັດທະນາການພົວພັນລະຫວ່າງສະພາແຫ່ງຊາດ, ໃນນັ້ນມີເລື່ອງ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບເຂດຮ່ວມມື ອາຊຽນ, AIPA.

(ແຫຼ່ງຄັດຈາກ VOV)

ເພີ່ມພູມຄຸນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບພດທະນາໃນທຸກຂົງເຂດ

ເພີ່ມພູມຄຸນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບພດທະນາໃນທຸກຂົງເຂດ

ສາຍພົວພັນ ຫວຽດນາມ - ລາວ ແມ່ນພິເສດທີ່ສຸດ, ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ພ້ອມກັບບັນດາພະນັກງານຕ້ອງຊາບຊຶມຈິດໃຈຢ່າງຈິງໃຈ

Top