• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືດ້ານແຮງງານລະຫວ່າງ 5 ປະເທດ ກຳປູເຈຍ, ລາວ, ມຽນມາ ,ໄທ ແລະ ຫວຽດນາມ

      ດ້ວຍຫົວຂໍ້ວ່າ “ຊຸກຍູ້ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ວຽກເຮັດງານທຳທີ່ໝັ້ນຄົງໃຫ້ແຮງງານອົບພະຍົບ”

ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ,  ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)
      ກອງປະຊຸມລັດຖະມົນຕີກ່ຽວກັບການຮ່ວມມືດ້ານແຮງງານຄັ້ງທີ 2 ລະຫວ່າງບັນດາປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 02 ສິງຫາ, ຢູ່ນະຄອນດ່ານັ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ຢືນຢັນວ່າ.
        “ດ້ວຍໂຄງການດຳເນີນງານກວມລວມບັນດາບັນຫາທີ່ກ່ຽວຂ້ອງເຖິງການອົບພະຍົບ ແລະ ແຮງງານ, ນັບທັງການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ອະນາຄົດວຽກເຮັດງານທຳເພື່ອໜູນຊ່ວຍແຮງງານອົບພະຍົບຜ່ານຊາຍແດນ, ພວກຂ້າພະເຈົ້າຫວັງວ່າ, ບັນດາລັດຖະມົນຕີ ພ້ອມກັບຜູ້ແທນ ຈະຍົກອອກມາດຕະການແກ້ໄຂ, ໄຈ້ແຍກ ແລະ ຕີລາຄາ ແລະ ພິເສດແມ່ນບັນດາຄຳຕັກເຕືອນທີ່ມີຜົນປະໂຫຍດໃຫ້ແກ່ວຽກງານຄຸ້ມຄອງການອົບພະຍົບຂອງແຮງງານໃຫ້ນັບມື້ນັບດີກວ່າ. ຈາກນັ້ນ, ປະກອບສ່ວນຊຸກຍູ້ການແລກປ່ຽນການຄ້າ,ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ສ້າງກຳລັງໜູນໃໝ່ເພື່ອສ້າງອາຊຽນ ພັດທະນາແບບຍືນຍົງ ແລະ ຂະຫຍັນຂັນເຄື່ອນ”.
        ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ເພື່ອເສີມຂະຫຍາຍດ້ານຕັ້ງໜ້າຂອງການຍົບພະຍົບແຮງງານ, ບັນດາປະເທດຄວນພ້ອມກັນຮ່ວມມືຢ່າງແໜ້ນແຟ້ນກວ່າອີກ, ກ່ອນອື່ນໝົດແມ່ນເພີ່ມທະວີການຮ່ວມມືໃນການສຶກສາບຳລຸງສ້າງ, ບຳລຸງສ້າງວິຊາຊີບ…
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top