• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຫນູນຊ່ວຍນັກຮຽນ, ນັກສຶກສາ, ຊາວຫນຸ່ມຫວຽດນາມ ຢູ່ ຕ່າງປະເທດ

      ຕອນບ່າຍວັນທີ 13 ມີນາ, ຄະນະເລຂາສູນກາງຊາວຫນຸ່ມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານທາງອອນລາຍກັບ ສະມາຄົມນັກສຶກສາຫວຽດນາມ, ສະມາຄົມຊາວຫນຸ່ມ ນັກສຶກສາ ຫວຽດນາມ, ຄະນະຊາວຫນຸ່ມ ກອມມູນິດ ຫວຽດນາມ ຢູ່ ຕ່າງປະເທດ.
ສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ປະຈຳການສູນກາງຊາວໜຸ່ມ, ປະທານສະມາຄົມນັກສຶກສາ ຫວຽດນາມ (ພາບ: TTXVN)
      ນະທີ່ນີ້ ບັນດາຜູ້ແທນໄດ້ປຶກສາຫາລື ແລກປ່ຽນ ກ່ຽວກັບບັນດາການເຄື່ອນໄຫວ ຮູບແບບດີເດັ່ນມຸ່ງເຖິງນັກສຶກສາຫວຽດນາມ ຢູ່ ຕ່າງປະເທດ, ຄວາມຫຍຸ້ງຍາກ, ສະດວກໃນການຈັດຕັ້ງ ແລະ ສ້າງສະມາຄົມນັກສຶກສາ, ຊາວຫນຸ່ມ ຢູ່ ຕ່າງປະເທດ; ຮັບຟັງຄວາມມຸ່ງມາດປາດຖະຫນາຂອງຜູ້ຕາງຫນ້ານັກສຶກສາຫວຽດນາມ ຢູ່ ຕ່າງປະເທດ ໃນສະພາບໂລກລະບາດໂຄວິດ 19.
            ສະຫາຍ ບູ່ຍກວາງຮູຍ ເລຂາຜູ້ປະຈຳສູນກາງຊາວຫນຸ່ມ ປະທານ ສະມາຄົມນັກສຶກສາຫວຽດນາມ ຢືນຢັນ ສູນກາງສະມາຄົມນັກສຶກສາຫວຽດນາມ, ສະຫະພັນຊາວຫນຸ່ມ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່ ກຳນົດທິດ ຫນູນຊ່ວຍ ຄະນະຊາວຫນຸ່ມ ແລະ ສະມາຄົມນັກສຶກສາຫວຽດນາມ ຢູ່ ຕ່າງປະເທດ ເພື່ອໃຫ້ພວກເພື່ອນມີໂອກາດໄດ້ເຂົ້າຮ່ວມການເຄື່ອນໄຫວຂອງຄະນະຊາວຫນຸ່ມ ຫລາຍກວ່າອີກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top