ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ໝາກຜົນການຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ ວຽງຈັນ ແມ່ນຫນຶ່ງໃນບັນດາສິ່ງທີ່ພິສູດໃຫ້ເຫັນຢ່າງມີຊີວິດຊີວາກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ. ໄລຍະຈະມາເຖິງ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນຫລວງ ວຽງຈັນ ຄວນສົມທົບກັນກໍ່ສ້າງແຜນການເພື່ອຫັນຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ຍຸດທະສາດການຮ່ວມມືລະຫວ່າງສອງລັດຖະບານ ໄລຍະ ແຕ່ປີ 2021 – 2030 ແລະ ສັນຍາການຮ່ວມມືສອງຝ່າຍໄລຍະ 2021-2025 ໃຫ້ເປັນຮູບປະທຳ.
ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ສອງຝ່າຍ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນວຽກງານຄຸ້ມຄອງ, ບໍລິຫານພັດທະນານະຄອນຫລວງ ແລະ ການພົບປະແລກປ່ຽນປະຊາຊົນ; ເພີ່ມທະວີການເຊື່ອມຈອດພື້ນຖານໂຄງລ່າງຍຸດທະສາດ, ໃນນັ້ນ ມີເສັ້ນທາງບົກຄວາມໄວສູງ ຮ່າໂນ້ຍ - ວຽງຈັນ, ສາຍທາງລົດໄຟເຊື່ອມຕໍ່ ທ່າກຳປັ່ນ ຫວູງອາງ (ຣ່າຕິງ ຫວຽດນາມ) ກັບນະຄອນຫລວງ ວຽງຈັນ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ສອງນະຄອນຫລວງຄວນເພີ່ມທະວີການແລກປ່ຽນດ້ານການຄ້າ, ການເຄື່ອນໄຫວລົງທຶນ; ຍູ້ແຮງການດຶງດູດບັນດານັກລົງທຶນ ຮ່າໂນ້ຍ ເຂົ້າມາລົງທຶນບັນດາຂົງເຂດຊື່ງ ຝ່າຍ ລາວໃຫ້ບຸລິມະສິດຄື: ເຕັກໂນໂລຊີຊີວະສາດ, ສາທາລະນະສຸກ - ດູແລສຸຂະພາບ, logistics…
ສ່ວນທ່ານ ເຈົ້າຄອງນະຄອນຫລວງ ວຽງຈັນ ອັດສະພັງທອງ ສີພັນດອນ ໃຫ້ຮູ້ວ່າ: ສອງນະຄອນຫລວງ ຈະຕັ້ງຫນ້າແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ; ຈັດຕັ້ງການລົງນາມໃນບັນດາຂໍ້ຕົກລົງ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນໃນຫລາຍຂົງເຂດຄື: ພື້ນຖານໂຄງລ່າງຄົມມະນາຄົມ, ການສຶກສາ ບຳລຸງສ້າງ, ການລົງທຶນ, ການຄ້າ - ວັດທະນະທຳ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ.