• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ເວເນຊູເອລາ

ການຢ້ຽມຢາມຈະປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ.
(ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານນາງ Delcy Rodríguez Gómez ຮອງປະທານາທິບໍດີຜູ້ປະຈຳການ ສ. Bolivar Venezuela, ກຳມະການກົມການເມືອງພັກສັງຄົມນິຍົມເອກະພາບ ເວເນຊູເອລາ)

ຕອນບ່າຍວັນທີ 29 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານນາງ Delcy Rodríguez Gómez, ຮອງປະທານາທິບໍດີຜູ້ປະຈຳການ ສ. Bolivar Venezuela, ກຳມະການກົມການເມືອງພັກສັງຄົມນິຍົມເອກະພາບ ເວເນຊູເອລາ (PSUV) ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງໝາກຜົນການແລກປ່ຽນ, ເຈລະຈາລະຫວ່າງທ່ານນາງ Delcy Rodríguez Gómez ກັບທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານນາງ ຫວໍ້ທິແອັງຊວັນ, ຮອງປະທານປະເທດ ຫວຽດນາມ, ທ່ານສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຈະປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ. ທ່ານສະເໜີໃຫ້ 2 ຝ່າຍຊຸກຍູ້ການຜັນຂະຫຍາຍແຜນການຮ່ວມມື, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ, ສືບຕໍ່ໜູນຊ່ວຍ ແລະ ຮ່ວມມືກັນຢູ່ບັນດາເວທີປາໄສ ແລະ ອົງການຈັດຕັ້ງຫຼາຍຝ່າຍ, ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ສ່ວນທ່ານນາງ Delcy Rodríguez Gómez, ສະແດງຄວາມປິຕິຊົມຊື່ນກ່ຽວກັບບັນດາການພັດທະນາຢ່າງຕັ້ງໜ້າໃນການພົວພັນ 2 ຝ່າຍໃນໄລຍະຜ່ານມາ, ປາດຖະໜາຢາກມີແຜນການເພື່ອຊຸກຍູ້ການພົວພັນ, ຍາດແຍ່ງບັນດາຂົງເຂດມີຄວາມສາມາດບົ່ມຊ້ອນ, ຄື: ພະລັງງານ, ກະສິກຳ ແລະ ທ່ອງທ່ຽວ, ພ້ອມທັງ ເພີ່ມທະວີ, ປັບປຸງການພົວພັນລະຫວ່າງ 2 ພັກໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top