• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຍີ່ປຸ່ນ ກວ່າອີກ

ວັນທີ 11 ມີນາ ທີ່ ສຳນັກງານຄະນະເລຂາ ອາຊຽນ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 14  ຄະນະກຳມະການຮ່ວມມືລວມ ອາຊຽນ - ຍີ່ປຸ່ນ ໂດຍທ່ານ ເຈີນດຶກບີງ ຫົວຫນ້າຜູ້ຕາງຫນ້າຫວຽດນາມ ປະຈຳ ອາຊຽນ ແລະ ທ່ານ Chiba Akira ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາຊຽນ ເປັນປະທານຮ່ວມ.


ຜູ້ຕາງຫນ້າບັນດາປະເທດໃນຄະນະກຳມະການຮ່ວມ ອາຊຽນ - ຍີ່ປຸ່ນ

ພາບ:TTXVN


ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດຮ່ວມມື ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ວັດທະນະທຳ ສັງຄົມລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ.

ກ່ຽວກັບການກຳນົດທິດຮ່ວມມື, ອາຊຽນ ແລະ ຍີ່ປ່ນຸ ຈະບຸລິມະສິດເພີ່ມທະວີການຮ່ວມມືກ່ຽວກັບການເຊື່ອມຈອດ, ພັດທະນາພື້ນຖານໂຄງລ່າງ. ສອງຝ່າຍຈະສຸມແຫລ່ງກຳລັງໃຫ້ແກ່ການປະຕິບັດຮອບດ້ານບັນດາການເຄື່ອນໄຫວໃນແຜນການປີ 2017 ກ່ຽວກັບການປະຕິບັດຖະແຫລງການວິໄສທັດ ອາຊຽນ - ຍີ່ປຸ່ນ ແລະ ວິວັດທະນາການຍຸດທະສາດກ່ຽວກັບການຮ່ວມມືເສດຖະກິດ ໄລຍະ 10 ປີ ສະບັບປັບປຸງ.

ຍີ່ປຸ່ນ ຕີລາຄາສູງ ແລະ ສະຫນັບສະຫນູນບັນດາບຸລິມະສິດຂອງຫວຽດນາມ ໃນປີເປັນປະທານ ອາຊຽນ 2020 ກໍ່ຄືເນັ້ນຫນັກ ການຜັນຂະຫຍາຍ ການກຳນົດທິດ 3 ຢ່າງໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ ກ່ຽວກັບການ “ພັດທະນາ ມະນຸດ”, “ການສ້າງລະບອບລະບຽບການ” ແລະ “ການສະສົມປັນຍາ”.

 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top