• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການທູດປະຊາຊົນຜ່ານການເຄື່ອນໄຫວແນະນຳຮູບເງົາ “ເມືອດໍ”

ການເຄື່ອນໄຫວກໍ່ເພື່ອຊ່ວຍໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ຊາວ ຫວຽດນາມ; ເຈດຈຳນົງອົງອາດກ້າແກ່ນ, ພິລະອາດຫານ ແລະ ຄວາມຄາດຫວັງສັນຕິພາບຂອງປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຢ່າງຍືດເຍື້ອຍາວນານຍາດເອົາເອກະລາດມາໃຫ້ຊົນຊາດ
ຟິມຮູບເງົາ “ເມືອດໍ” (ຝົນແດງ) (ພາບ: Galaxy Studio)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2025), ຕອນຄ່ຳວັນທີ 09 ກັນຍາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ (HUFO), ໄດ້ຈັດການສາຍຟິມຮູບເງົາ “ເມືອດໍ” (ຝົນແດງ) ໃຫ້ຄະນະກົງສູນປະຈຳນະຄອນ ໂຮ່ຈີມິນ ແລະ ບັນດານັກສຶກສາ ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ບໍລິເວນນະຄອນຮັບຊົມ.

ການເຄື່ອນໄຫວກໍ່ເພື່ອຊ່ວຍໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ຊາວ ຫວຽດນາມ; ເຈດຈຳນົງອົງອາດກ້າແກ່ນ, ພິລະອາດຫານ ແລະ ຄວາມຄາດຫວັງສັນຕິພາບຂອງປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຢ່າງຍືດເຍື້ອຍາວນານຍາດເອົາເອກະລາດມາໃຫ້ຊົນຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ຜ່ານນັ້ນ, ກໍ່ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນນະຄອນ ກັບປະຊາຄົມຊາວຕ່າງປະເທດທີ່ພວມດຳລົງຊີວິດ ແລະ ເຮັດວຽກ, ຮ່ຳຮຽນຢູ່ບໍລິເວນນະຄອນ.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຊີ້​ແຈ້ງວ່າ​ພັກ ແລະ ລັດ​ໄດ້​ກຳ​ນົດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ.

Top