• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຄຸ້ມຄອງຄົນເຂົ້າເມືອງ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      “ເພີ່ມທະວີວຽກງານກວດກາ ແລະ ຄຸ້ມຄອງຄົນເຂົ້າເມືອງ, ຈຳກັດຄວາມສ່ຽງໂລກລະບາດໂຄວິດ - 19 ແຜ່ລະບາດເຂົ້າສູ່ ຫວຽດນາມ ໃຫ້ຢູ່ລະດັບຕ່ຳສຸດ” ນີ້ແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃນກອງປະຊຸມຄະນະປະຈຳ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ຖືກດຳເນີນໃນຕອນເຊົ້າວັນທີ 14 ເມສາ ຢູ່ ຮ່າໂນ້ຍ.
(ພາບປະກອບ: ກະຊວງສາທາລະນະສຸກ)
       ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດໃນພາກພື້ນ, ສົ່ງຜົນກະທົບໂດຍກົງເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ ຫວຽດນາມ. ຈຸດເວລານີ້ ຄວນປຸກລະດົມແຫຼ່ງກຳລັງຮັບມືຢ່າງສູງສຸດ ແລະ ເດັດດ່ຽວແກ້ໄຂບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍໃຫ້ເຂັ້ມງວດ. ທ່ານກ່າວວ່າ:
        “ຮຽກຮ້ອງປະຊາຊົນຜູ້ທີ່ມີຍາດຕິພີ່ນ້ອງ ອາໄສຢູ່ຕ່າງປະເທດ, ປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ປະເທດປະຈຳຖິ່ນ. ເມື່ອມີຄວາມຕ້ອງການຢາກກັບຄືນເມືອປະເທດ ຕ້ອງເດີນທາງຢ່າງຖືກຕ້ອງຕາມກົດໝາຍ, ເພື່ອປະຕິບັດບັນດາມາດຕະການແຍກຕົວຖືກຕ້ອງຕາມຂໍ້ກຳນົດ. ສຳລັບກໍລະນີຂ້າມຊາຍແດນ, ຕ້ອງປັບໄໝລົງໂທດຢ່າງເຂັ້ມງວດ. ພວກເຮົາຕ້ອງສືບຕໍ່ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ, ພິເສດແມ່ນຕ້ອງໃສ່ຜ້າອັດປາກ”.
        ຄະນະປະຈຳຄະນະຊີ້ນຳແຫ່ງຊາ ກໍຮຽກຮ້ອງໃຫ້ກະຊວງສາທາລະນະສຸກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ການທົດລອງວັກຊິນກັນພະຍາດໂຄວິດ - 19 ພາຍໃນປະເທດ. ກະກຽມວິທີການຜະລິດ ພາຍຫຼັງທົດລອງສຳເລັດໃນທັນທີ. ກະຊວງສາທາລະນະສຸກສືບຕໍ່ເຈລະຈາເພື່ອມີແຫຼ່ງວັກຊິນຈາກຕ່າງປະເທດ ແຕ່ການນຳເຂົ້າຕ້ອງຮັບປະກັນຖືກຕ້ອງຕາມຂັ້ນຕອນ ແລະ ປະຕິບັດບັນດາລະບຽບການທີ່ໄດ້ກຳນົດຢ່າງຖືກຕ້ອງຕາມກົດໝາຍ. 
(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top