ຂ່າວສານ
“ເພງສະຫຼອງໄຊດັງກ້ອງກັງວານຕະຫຼອດການ” ນຳຜູ້ຊົມຫວນຄືນບັນດາຈຸດເວລາທີ່ຕື້ນຕັນໃຈ
ງານວາງສະແດງລວມມີ 3 ພາກ: ຈິດໃຈອົງອາດກ້າຫານພ້ອມດ້ວຍເຈດຈຳນົງອັນແຮງກ້າ - ວັນແຫ່ງໄຊຊະນະ ແລະ ສີສັນ ນະຄອນຫຼວງຮ່າໂນ້ຍ.
ໃນເຂດວາງສະແດງພາກທີ 1 “ຈິດໃຈອົງອາດກ້າຫານພ້ອມດ້ວຍເຈດຈຳນົງອັນແຮງກ້າ” ໄດ້ແນະນຳກ່ຽວກັບບັນດາຮູບພາບ, ເອກະສານທີ່ສ່ອງແສງເຖິງບັນຍາກາດເດືອນທັນວາ 1946, ຕອບສະໜອງຄຳຮຽກຮ້ອງທົ່ວປະເທດເຂົ້າຮ່ວມການຕໍ່ຕ້ານຂອງປະທານ ໂຮ່ຈີມິນ, ທະຫານ ແລະ ປະຊາຊົນ ຮ່າໂນ້ຍ ໄດ້ຕໍ່ສູ້ຢ່າງອົງອາດກ້າຫານເປີດສາກໃຫ້ແກ່ບັ້ນຕໍ່ຕ້ານລ່າເມືອງຂຶ້ນທີ່ຍືດເຍື້ອຍາວນານ, ລຳບາກຍາກເຂັນ. ດ້ວຍອາວຸດປະຖົມປະຖານ, ປະຊາຊົນນະຄອນ ຮ່າໂນ້ຍ ອົງອາດກ້າແກ່ນປົກປ້ອງແຕ່ລະຫຼັງຄາເຮືອນ, ແຕ່ລະແຈຖະໜົນ, ປິດລ້ອມສັດຕູຢູ່ໃຈກາງນະຄອນຕະຫຼອດ 60 ວັນ ແລະ ຄືນ. ບັນດານັກຮົບຜູ້ກ້າແກ່ນຂອງກອງພັນໃຫຍ່ນະຄອນຫຼວງ ກຽມພ້ອມແບກລະເບີດສາມດູນລຸຍເຂົ້າລົດຖັງຂອງສັດຕູ. ບໍ່ຮູ້ວ່າມີຊາວໜຸ່ມຈັກຄົນໄດ້ເສຍສະຫຼະຢ່າງພິລະອາດຫານ, ຮັກສາຄຳໝັ້ນໝາຍ “ຕັດສິນໃຈສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ”. ມີທະຫານຫຼາຍຄົນໄດ້ຕົກໃສ່ກຳມືຂອງສັດຕູ. ໃນໄລຍະຢູ່ຄຸກ, ບັນດານັກຮົບເຫຼົ່ານັ້ນຍັງກ້າແກ່ນຕໍ່ສູ້ເພື່ອພົ້ນຄຸກເຂົ້າຮ່ວມການປະຕິວັດ ແລະ ຢູ່ຮ່ວມກັບປະຊາຊົນ. ທ່ານ ຫງວຽນຕຽນຮ່າ, ຫົວໜ້າຄະນະຕິດຕໍ່ພົວພັນນັກຮົບປະຕິວັດຖືກຈັບເຂົ້າຄຸກຄາຢູ່ຄຸກ ຫວາຫຼໍ່, ໃຫ້ຮູ້ວ່າ:
“ຂ້າພະເຈົ້າຕື້ນຕັນໃຈທີ່ສຸດ ເມື່ອໄດ້ຫວນຄືນບັນດາຮູບພາບສະໄໝແຕ່ກີ້, ຄິດຮອດພໍ່ແມ່ພີ່ນ້ອງ, ມິດສະຫາຍ ຜູ້ທີ່ໄດ້ເສຍສະຫຼະຊີວິດ, ສ້າງໄຊຊະນະ ແລະ ສິດປົກຄອງນະຄອນຫຼວງມາໃຫ້ຮ່າໂນ້ຍ. ຂ້າພະເຈົ້າເປັນທະຫານຕໍ່ສູ້ຂອງສະໜາມຮົບການທະຫານ ຮ່າໂນ້ຍ, ສະນັ້ນ ສາມາດຕິດຕໍ່ກັບຄະນະພັກກອງທັບຢູ່ພາຍນອກ, ຊີ້ນຳຢູ່ພາຍໃນຄຸກ. ຖືຄຸກເປັນໂຮງຮຽນ, ເປັນແນວຮົບຕໍ່ສູ່ໃໝ່”.
ເຂດວາງສະແດງ “ຮ່າໂນ້ຍ - ວັນແຫ່ງໄຊຊະນະ” ໄດ້ວາດພາດຄືນຈຸດເວລາປະຫວັດສາດຂອງວັນທີ 10 ຕຸລາ 1954, ເມື່ອທົ່ວກອງທັບໄຊຊະນະກ້າວເດີນເຂົ້ານະຄອນຫຼວງ ໃນຄວາມປິຕິຊົມຊື່ນຕ້ອນຮັບຂອງປະຊາຊົນ. ພ້ອມດຽວກັນນັ້ນ, ແມ່ນບັນດາຮູບພາບປະຊາຊົນ ຮ່າໂນ້ຍ ປົກປ້ອງໂຮງຈັກ, ໂຮງງານໂຍທາແຕ່ລະແຫ່ງ… ເພື່ອໃຫ້ທະຫານປ້ອງກັນຄວາມສະຫງົບປອດໄພໃຫ້ບັນດາອົງການເຮັດວຽກ, ໂຮງຮຽນ, ໂຮງໝໍ, ກິດຈະກຳສາທາລະນະ. ເມື່ອຄະນະທະຫານຍາດໄດ້ໄຊຊະນະກັບຄືນເມືອນະຄອນຫຼວງ, ຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ ເຕັມໄປດ້ວຍທຸງຊາດ, ດອກໄມ້, ຄຶກຄື້ນກັບສຽງເພງ, ສຽງຮ້ອງໂຮຂອງປະຊາຊົນ, ນ້ຳຕາໄຫຼສະຫຼັບກັບຮອຍຍິ້ມແຫ່ງຄວາມມ່ວນຊື່ນໃນວັນປົດປ່ອຍ. ທ່ານ ຫງວຽນດິ່ງເຕິນ (ອາຍຸ 91 ປີ), ຢູ່ຖະໜົນ ຮ່າງບ່າຍ, ຕາແສງເກື໋ອນາມ, ຮ່າໂນ້ຍ, ຫວນຄືນວ່າ:
“ໃນຕອນເຊົ້າຂອງວັນທີ 10 ຕຸລາ, ພໍ່ແມ່ພີ່ນ້ອງທຸກຄົນພາອັນຫຼັ່ງໄຫຼລົງຖະໜົນ, ບໍ່ມີໃຜບອກໃຜ ແຕ່ມີຜູ້ກຽມດອກໄມ້, ຜູ້ກຽມທຸງໂບກມືຕ້ອນຮັບຄະນະທະຫານກ້າວເຂົ້າປະຕູ ໂອເຈີ້ເຢືອ, ໂອເກົ່າເຢັນ (ຖະໜົນ ແບກມາຍ ປັດຈຸບັນ) ແລ້ວລຸຍເຂົ້າຖະໜົນ ຮ່າງບ່າຍ. ບ້ານຂ້າພະເຈົ້າຢູ່ຖະໜົນ ຮ່າງບ່າຍ ສະນັ້ນ, ຂ້າພະເຈົ້າໄດ້ແນມເຫັນຄະນະທະຫານກ້າວເດີນຢ່າງອົງອາດກ້າຫານ. ພວກຂ້າພະເຈົ້າດີໃຈຫຼາຍ. ນັກຮຽນ, ນັກສຶກສາຍັງຖືເອົາເຄື່ອງດົນຕີປະເພດຕ່າງໆມາຕີສະຫຼອງໄຊຊະນະອີກດ້ວຍ”.
ປ້າ ຫງວຽນແທັງເຮືອງ (ອາຍຸ 86 ປີ), ຢູ່ຖະໜົນ ຮ່າງບົງ, ຕາແສງຮວ່ານກຽມ, ແບ່ງປັນວ່າ:
“ພໍ່ຂອງຂ້າພະເຈົ້າສັ່ງໃຫ້ຂ້າພະເຈົ້າໄປຊື້ເຈ້ຍສີຂຽວ, ສີແດງ, ສີເຫຼືອງ ມາຈັດແຈງເຮືອນຊານບ້ານຊ່ອງ. ຂ້າພະເຈົ້າພ້ອມກັບເອື້ອຍຂອງຕົນ ໄດ້ປະດັບເກືອບໝົດຄືນຈຶ່ງສຳເລັດ. ຕອນເຊົ້າມື້ຕໍ່ມາ, ທັງຄອບຄົວໄດ້ກໍພາກັນລົງຖະໜົນສະຫຼອງໄຊຊະນະ”.
ໃນເຂດວາງສະແດງພາກທີ 3 ພາຍໃຕ້ຫົວຂໍ້ “ສີສັນນະຄອນຫຼວງ ຮ່າໂນ້ຍ” ໄດ້ນຳເອົາບັນດາຮູບພາບນະຄອນຫຼວງ ຮ່າໂນ້ຍ ບ່ອນທີ່ເຕົ້າໂຮມ, ລວມຍອດບັນດາຄຸນຄ່າປະຫວັດສາດ, ວັດທະນະທຳທີ່ມີມາແຕ່ດົນນານຂອງຊາດ. ຄວາມງາມຂອງນະຄອນ ແມ່ນການປະສົມປະສານລະຫວ່າງຄວາມເກົ່າແກ່ ກັບ ທັນສະໄໝ, ລະຫວ່າງສີສັນວັດທະນະທຳທີ່ເປັນມູນເຊື້ອ ກັບຈັງຫວະດຳລົງຊີວິດທີ່ຂະຫຍັນຂັນເຄື່ອນ. ສືບທອດເອົາມູນເຊື້ອທີ່ສະຫງ່າອົງອາດ, ຊາວ ຮ່າໂນ້ຍ ໃນວັນນີ້ ຍັງສືບຕໍ່ຮ່ວມແຮງຮ່ວມໃຈອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າອັນດີງາມ, ປະກອບສ່ວນຂຽນຕໍ່ໜ້າປະຫວັດສາດຂອງ “ນະຄອນວິລະຊົນ”, “ນະຄອນເພື່ອສັນຕິພາບ”.
ງານວາງສະແດງ “ເພງສະຫຼອງໄຊດັງກ້ອງກັງວານຕະຫຼອດການ” ຖືກດຳເນີນກົງກັບຈຸດເວລາສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ ສະນັ້ນໄດ້ດຶງດູດຄວາມສົນໃຈ, ການຊອກຮູ້ຂອງພໍ່ແມ່ປະຊາຊົນເປັນຈໍານວນຫຼາຍ. ເອື້ອຍ ຟ້າມທິແຢງ (ນະຄອນ ຫາຍຟ່ອງ) ແລະ ເອື້ອຍ ດິງເຟືອງຈີ (ແຂວງ ຮຶງອຽນ) ເຂົ້າຮ່ວມງານວາງສະແດງ ແບ່ງປັນວ່າ:
“ຄົນລຸ້ນໜຸ່ມຄືພວກຂ້າພະເຈົ້າ ໄດ້ເຂົ້າຮ່ວມງານວາງສະແດງໂດຍກົງ ຈຶ່ງຮູ້ສຶກໄດ້ເຖິງສ່ວນໃດສ່ວນໜຶ່ງຂອງບັນຍາກາດເບີກບານມ່ວນຊື່ນ, ຟົດຟື້ນ ແລະ ສັກສິດທີ່ສຸດຂອງປະຊາຊົນນະຄອນຫຼວງ ເມື່ອວັນທີ 10 ຕຸລາ 1954.”
“ຂ້າພະເຈົ້າຢາກພາລູກຊາຍມາເບິ່ງນຳ ເພື່ອໃຫ້ລູກໄດ້ສຳຜັດ, ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະຫວັດສາດ ກໍຄືຈຸດເວລາອັນສຳຄັນ, ໜ້າຈົດຈຳກ່ຽວກັບນະຄອນ ຮ່າໂນ້ຍ ແລ້ວມີສະຕິຕ້ອງສືບທອດມູນເຊື້ອສ້າງນະຄອນຫຼວງ ຮ່າໂນ້ຍ ໃຫ້ນັບມື້ນັບຮັ່ງມີກວ່າເກົ່າ”.
ງານວາງສະແດງ “ເພງສະຫຼອງໄຊດັງກ້ອງກັງວານຕະຫຼອດການ” ບໍ່ພຽງແຕ່ແມ່ນການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ເພື່ອນະຄອນຫຼວງເທົ່ານັ້ນ, ຫາກຍັງຢັ້ງຢືນຄວາມຄາດຫວັງບືນຕົວຂຶ້ນ, ແຜ່ກະຈາຍສານສັນຕິພາບ, ມິດຕະພາບຂອງ ຮ່າໂນ້ຍ ໃນໄລຍະເຊື່ອມໂຍງ ແລະ ພັດທະນາ./.