ຕອນເຊົ້າວັນທີ 04 ທັນວາ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບັນດາບົດລາຍງານວຽກງານອາຍຸການ 2021 – 2026 ຂອງປະທານປະເທດ, ລັດຖະບານ, ບັນດາອົງການສູນກາງ, ວຽກງານອາຍຸການສະພາແຫ່ງຊາດຊຸດທີ 15 ຫຼາຍສະບັບ.
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ຜ່ານບົດລາຍງານສັງລວມຂອງທ່ານເລຂາທິການສະພາແຫ່ງຊາດ, ບັນດາຄຳເຫັນກ່າວປາໄສຂອງບັນດາສະມາຊິກສະພາແຫ່ງຊາດແມ່ນໄດ້ເຫັນດີໂດຍພື້ນຖານຕໍ່ກັບໝາກຜົນທີ່ໄດ້ຍົກອອກມາໃນບົດລາຍງານ. ຕາມນັ້ນແລ້ວ, ໃນອາຍຸການ 2021 – 2026, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ທ່ານປະທານປະເທດ, ລັດຖະບານ, ທ່ານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ແລະ ທົ່ວລະບົບການເມືອງ ຍາມໃດກໍ່ຢຶດໝັ້ນເປົ້າໝາຍແມ່ນການພັດທະນາຂອງປະເທດຊາດ ໃຫ້ພັດທະນາແບບຍືນຍົງ, ກວມລວມ, ຖືປະຊາຊົນເປັນໃຈກາງ.
ຕີລາຄາສູງອາຍຸການຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ, ທ່ານນາງ ເຈິ່ນທິທູເຟືອກສະມາຊິກສະພາແຫ່ງຊາດແຂວງ ກວາງນາມ, ຢືນຢັນວ່າ:
“GDP ສະເລ່ຍໄລຍະ 2021 – 2025 ບັນລຸປະມານ 6,3%/ປີ, ສູງກວ່າໄລຍະ 2016 – 2020 ແມ່ນ 6,25%/ປີ, ສູ້ຊົນປີ 2025 ເພີ່ມຂຶ້ນແຕ່ 8,3 – 8,5%, ນຳຂອບຂະໜາດພື້ນຖານເສດຖະກິດຂອງ ຫວຽດນາມ ຂຶ້ນເປັນ 510 ຕື້ USD, ຢືນອັນດັບທີ 32 ໃນໂລກ, GDP ສະເລ່ຍຕໍ່ຫົວຄົນບັນລຸ 5.000 USD. ນີ້ແມ່ນສິ່ງພິສູດຢ່າງຈະແຈ້ງໃຫ້ແກ່ກຳລັງຄວາມຕ້ານທານ ແລະ ທ່າຟື້ນຟູຢ່າງແຮງຂອງພື້ນຖານເສດຖະກິດ ຫວຽດນາມ.”








