• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ນຳ​ໃຊ້​​ລົດ​ໄຟ​ຂະ​ບວນຂົນ​ສົ່ງ​ສິນ​ຄ້າໄປ​ກັບ ​ທຳ​ອິດ ລະ​ຫວ່າງ ຈີນ - ລາວ -ໄທ

ວັນທີ 7 ກຸມພາ, ຂະບວນລົດໄຟ 19 ຕູ້ container ແຊ່ເຢັນ ບັນຈຸຜັກສົດປະມານ 280 ໂຕນ ໄດ້ອອກຈາກ ຄຸນໝິງ, ເມືອງເອກຂອງແຂວງຢຸນໜານ, ພາກຕາເວັນຕົກສ່ຽງໃຕ້ຂອງຈີນ, ໄປຜ່ານລາວ, ປາຍທາງແມ່ນ ໄທ.
  ຂະບວນລົດໄຟບັນຈຸສິນຄ້າໄປກັບຖ້ຽວທຳອິດ ລະຫວ່າງ 3 ປະເທດ ຈີນ, ລາວ ແລະ ໄທ   

ນີ້ແມ່ນຂະບວນລົດໄຟບັນຈຸສິນຄ້າໄປກັບຖ້ຽວທຳອິດ ລະຫວ່າງ 3 ປະເທດ ຈີນ, ລາວ ແລະ ໄທ. ລົດໄຟຈະຢຸດຈຸດທຳອິດຢູ່ສະຖານີສາຍໃຕ້ ວຽງຈັນ (ລາວ), ເພື່ອຂົນຖ່າຍສິນຄ້າ, ຫຼັງຈາກນັ້ນສືບຕໍ່ເຄື່ອນຍ້າຍໄປຍັງ ບາງກອກ (ໄທ). ສິ່ງນີ້ຊ່ວຍໃຫ້ລົດໄຟຫຍໍ້ເວລາເຄື່ອນທີ່ໄດ້ 24 ຊົ່ວໂມງ ເມື່ອທຽບໃສ່ເສັ້ນທາງຂົນສົ່ງສິນຄ້າ ກ່ອນໜ້ານີ້ມີການສົມທົບລະຫວ່າງ ການຂົນສົ່ງທາງລົດໄຟ ແລະ ການຂົນສົ່ງທາງບົກຄວາມໄວສູງ, ໃນເວລາດຽວກັນກໍ່ຫຼຸດຄ່າໃຊ້ຈ່າຍຂົນສົ່ງ ກວ່າ 20%.

ຂະບວນລົດໄຟ ຈີນ - ລາວ - ໄທ ມີຄວາມຍາວ 1.830 ກິໂລແມັດ, ແມ່ນພາກສ່ວນເປີດກ້ວາງຂອງ ຂະບວນລົດໄຟ ຄຸນໝິງ (ຈີນ) ຫາ ວຽງຈັນ (ລາວ), ເຄື່ອນໄຫວມາແຕ່ປີ 2011.

 

(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.

Top