• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ນຳ​ໃຊ້​ສູນ​ສື່ມວນ​ຊົນ, ຖະ​ແຫຼງ​ຂ່າວ​ສາ​ກົນ ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

ເຂົ້າຮ່ວມການນຳສະເໜີຂ່າວຢູ່ກອງປະຊຸມຄັ້ງນີ້, ມີນັກຂ່າວ, ນັກເຕັກນິກ 590 ກວ່າຄົນ ຂຶ້ນກັບ 113 ອົງການສື່ມວນຊົນພາຍໃນປະເທດ, ມີນັກຂ່າວ, ຜູ້ຊ່ວຍວຽກດ້ານສື່ມວນຊົນ ເກືອບ 80 ຄົນ ຂຶ້ນກັບ 43 ສຳນັກຂ່າວສານຕ່າງປະເທດ, ນັກຂ່າວຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກຂ່າວບັນດາພັກການເມືອງ, ພັກຕ່າງໆ.
ບັນດາຜູ້ແທນຕັດແຖບຜ້າເປີດນຳໃຊ້ສູນສື່ມວນຊົນ (ພາບ: VGP)

ພິທີເປິດນຳໃຊ້ ສູນສື່ມວນຊົນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນໃນຕອນບ່າຍວັນທີ 14 ມັງກອນ, ຢູ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ ເຊິ່ງແມ່ນສະຖານທີ່ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ເຂົ້າຮ່ວມມີທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ, ບັນດາການນຳພັກ, ລັດ ພ້ອມກັບນັກຂ່າວທັງຢູ່ພາຍໃນ ແລະ ສາກົນ. ພາຍຫຼັງພິທີໄຂ ແມ່ນການຖະແຫຼງຂ່າວສາກົນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

ເຂົ້າຮ່ວມການນຳສະເໜີຂ່າວຢູ່ກອງປະຊຸມຄັ້ງນີ້, ມີນັກຂ່າວ, ນັກເຕັກນິກ 590 ກວ່າຄົນ ຂຶ້ນກັບ 113 ອົງການສື່ມວນຊົນພາຍໃນປະເທດ, ມີນັກຂ່າວ, ຜູ້ຊ່ວຍວຽກດ້ານສື່ມວນຊົນ ເກືອບ 80 ຄົນ ຂຶ້ນກັບ 43 ສຳນັກຂ່າວສານຕ່າງປະເທດ, ນັກຂ່າວຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກຂ່າວບັນດາພັກການເມືອງ, ພັກຕ່າງໆ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານເຈິ່ນເກິມຕູ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການສູນກາງພັກ ໃຫ້ຮູ້ວ່າ:

ກ່ຽວກັບວຽກງານກະກຽມເອກະສານ, ພັກກອມມູນິດຫວຽດນາມ ໄດ້ປະຕິບັດການປະຕິຮູບສຳຄັນ, ໂຮມສາມບົດລາຍງານ: ບົດລາຍງານການເມືອງ, ບົດລາຍງານເສດຖະກິດ - ສັງຄົມ ແລະ ບົດລາຍງານກໍ່ສ້າງພັກ ເຂົ້າເປັນບົດລາຍງານການເມືອງທາງການ, ຄົບຊຸດ. ພິເສດ, ນີ້ເປັນຄັ້ງທຳອິດ ເອກະສານມີໂຄງການກະທຳຕິດຄັດໄປນຳ, ສັບຊ້ອນຢ່າງຈະແຈ້ງແຕ່ລະແຜນຮ່າງ, ຄວາມຄືບໜ້າ ແລະ ຄວາມຮັບຜິດຊອບໃນການປະຕິບັດ, ຮັບປະກັນມະຕິອາດສາມາດປະຕິບັດຢ່າງທັນທີ ພາຍຫຼັງກອງປະຊຸມໃຫຍ່.

​(ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດວ່ນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້.

Top