• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດຫຼາຍກາລະໂອກາດຮ່ວມມືກັບ ອາເມລິກາ ແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການພັດທະນາແບບຍືນຍົງ

ໃນ​ຕອນ​ບ່າຍ​ວັນ​ທີ 25 ສິງ​ຫາ​, ທີ່​ການ​ຕ້ອນ​ຮັບ ​ທ່ານ​ນາງ Jennifer Wicks, ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອາ​ເມລິ​ກາ ປະ​ຈຳ ຫວຽດ​ນາມ​, ທ່ານ ເລ​ຮົ່ງ​ວີງ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ກວ໋າງ​ຈິ ເນັ້ນ​ໜັກ​ວ່າ​: ແຂວງ ກວ໋າງ​ຈິ ພວມ​ສຸມ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນທີ່ສະ​ດວກ​, ໂປ່ງໃສ​,
  ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VNA)  

ສ້າງ​ເງື່ອນ​ໄຂ​ສະ​ດວກ​ດຶງ​ດູດ​ບັນ​ດາ​ແຫຼ່ງ​ກຳ​ລັງ​, ໃນ​ນັ້ນ​ມີ​ບັນ​ດາ​ວິ​ສາ​ຫະ​ກິດ​, ອົງ​ການ​ຈັດ​ຕັ້ງ ແລະ ຄູ່​ຮ່ວມ​ມື ອາ​ເມລິ​ກາ​. ພ້ອມ​ນັ້ນ​, ຢັ້ງ​ຢືນ​ວ່າ ກວ໋າງ​ຈິ ພວມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກລູກ​ລະ​ເບີດ​ພາຍ​ຫຼັງ​ສົງ​ຄາມ ໄລ​ຍະ 2026 – 2035. ແຂວງ​ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​, ການຮ່ວມ​ເດີນ​ທາງ ແລະ ໜູນ​ຊ່ວຍ​ຈາກ​ລັດ​ຖະ​ບານ ອາ​ເມລິ​ກາ ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ ອາ​ເມລິ​ກາ ໃນ​ການ​ສຳ​ຫຼວດ​, ທຳ​ລາຍ​ລູກ​ລະ​ເບີດ​, ສຶກສາການປ້ອງກັນ ຫຼີກລ່ຽງອຸບັດຕິເຫດຍ້ອນລູກລະເບີດ, ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສົງ​ຄາມ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສະ​ເພາະ​ກິດ​.

​ສ່ວນ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອາ​ເມລິ​ກາ ປະ​ຈຳ ຫວຽດ​ນາມ Jennifer Wicks ໄດ້​ຢັ້ງ​ຢືນວ່າ​ຈະສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ​, ໃນ​ນັ້ນ​ມີ​ແຂວງ ກວ໋າງ​ຈິ​ ໃນ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ​, ພິ​ເສດ​ແມ່ນ​ການ​ກວດ​ຫາ ແລະ ​ທຳ​ລາຍ​ລູກ​ລະ​ເບີດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ປະ​ເທດ, ຕັ້ງ​ໜ້າ​ປັບ​ປຸງ​ນະ​ໂຍ​ບາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ວ​ິ​ສາ​ຫະ​ກິດ​ສອງ​ປະ​ເທດ​ລົງ​ທຶນ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ຢູ່​ແຕ່​ລະ​ປະ​ເທດ.

Top