• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະໜອງຜະລິດຕະພັນທ່ອງທ່ຽວດ້ວຍລົດຖີບ “ການເດີນທາງລະຫວ່າງ 2 ປະເທດ”

ລາຍການເລີ່ມຈາກດ່ານຊາຍແດນສາກົນ ທຽນເປົາ (ຈີນ) ໄປດ່ານຊາຍແດນສາກົນ ແທງຖຸຍ (ຫວຽດນາມ) ໄປເຖິງນະຄອນ ຮ່າຢາງ.
ລາຍການທ່ອງທ່ຽວດ້ວຍລົດຖີບ “ການເດີນທາງລະຫວ່າງ 2 ປະເທດ” (ພາບ: congluan.vn)

ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ທ່ອງທ່ຽວລະຫວ່າງແຂວງ ຮ່າຢາງ (ຫວຽດນາມ) ແລະ ແຂວງ ຢຸນໜານ (ຈີນ), ໃນວັນທີ 16 – 17 ກຸມພາ, ລາຍການທ່ອງທ່ຽວດ້ວຍລົດຖີບ “ການເດີນທາງລະຫວ່າງ 2 ປະເທດ” ໄດ້ຈັດຂຶ້ນຢູ່ດ່ານຊາຍແດນສາກົນ ແທງຖຸຍ (ຮ່າຢາງ, ຫວຽດນາມ) - ທຽນເປົາ (ເຊົາເວິນເຊິນ, ຈີນ).

ລາຍການເລີ່ມຈາກດ່ານຊາຍແດນສາກົນ ທຽນເປົາ (ຈີນ) ໄປດ່ານຊາຍແດນສາກົນ ແທງຖຸຍ (ຫວຽດນາມ) ໄປເຖິງນະຄອນ ຮ່າຢາງ. ການເດີນທາງໄດ້ໄປຜ່ານບັນດາສະຖານທີ່, ຄື: ບ້ານວັດທະນະທຳທ່ອງທ່ຽວ ຮະແທ່ງ, ບ້ານ ທາ (ຕາແສງ ເຟືອງໂດ້, ນະຄອນ ຮ່າຢາງ), ຫຼັກ ກມ 0 ນະຄອນ ຮ່າຢາງ ແລະ ຈຸດສຸດທ້າຍແມ່ນຫຼັກ ກມທີ 11, ຕາແສງ ທ້ວນຮ່ວາ, ເມືອງ ວິຊວຽນ; ຮັບປະທານບັນດາເຍື່ອງອາຫານ, ຊອກຮູ້ຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າແຂວງ ຮ່າຢາງ.

ລາຍການໂດຍມີການເຂົ້າຮ່ວມຂອງແຂກທ່ອງທ່ຽວຂຶ້ນກັບສະໂມສອນຖີບລົດຖີບ ທຽນເປົາ (ແຂວງ ຢຸນໜານ, ຈີນ) ແລະ ບັນດາຜູ້ມັກຮັກໃນການທ່ອວທ່ຽງດ້ວຍລົດຖີບ.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະຄຸນ​ນະ​ພາບ​ສູງຄັ້ງ​ທຳ​ອິດ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ​ນະ​ຄອນຫຼວງ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະຄຸນ​ນະ​ພາບ​ສູງຄັ້ງ​ທຳ​ອິດ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ​ນະ​ຄອນຫຼວງ

ຜ່ານ​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ​ປາດ​ຖະ​ໜາ​ຢາກ​ແນະ​ນຳ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ຊາວ​ຮ່າ​ໂນ້ຍ ​ດ້ວຍ​ພາ​ສາ​ສິ​ລະ​ປະ​ແຈ່ວ, ສ້າງ​ຜະ​ລິດ​ຕະ​ພັນ​ສະ​ແດງ​ປະ​ຈຳ​ໄລ​ຍະ​ເທື່ອ​ລະ​ກ້າວ, ກາຍ​ເປັນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ທີ່​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ສາ​ກົ

Top