• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫລອງລະບົບເວັບໄຊທ່ອງທ່ຽວ Travel.VN ທົ່ວໂລກ

ກຸ່ມບໍລິສັດເຕັກໂນໂລຊີຂໍ້ມູນຂ່າວສານ ອາເມລິກາ (HI-TEK) ຫາກໍ່ຈັດຕັ້ງພິທີເປີດສະຫລອງລະບົບເວັບໄຊທ່ອງທ່ຽວ One – Stop – Shopping  ທົ່ວໂລກ

 ເປີດສະຫລອງລະບົບເວັບໄຊທ່ອງທ່ຽວTravel.VNທົ່ວໂລກ
ພາບ: Infornet
      ຜ່ານຫນ້າເວັບ Travel.VN, Hotels.VN; Vietnamese Visa.com ແລະເວັບໄຊ ສະຫງວນໃຫ້ແກ່ສະມາຊິກສະມາຄົມຢູ່ ຫນ້າເວັບ Prebook.com. ບໍລິສັດ HI-TEK INC ແມ່ນຫົວຫນ່ວຍມີບົດຮຽນຫລາຍຢ່າງໃນການເຄື່ອນໄຫວໃນຂົງເຂດການຄ້າເອເລັກໂຕນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອິນເຕີແນັດ ແລະ ການທ່ອງທ່ຽວ. ບໍລິສັດ ສັດ HI-TEK INC  ໄດ້ນຳໃຊ້ບັນດາເຕັກໂນໂລຊີ Blockchain 4.0 ເພື່ອສ້າງສຳເລັດເຄື່ອງມືຈ່ອງຫ້ອງພັກ, ປີ້ຍົນອອນລາຍ ສາມາດເຊື່ອມຕໍ່ກັບກວ່າ 800.000 ໂຮງແຮມ, ສະຫນອງ 150.000 ຖ້ຽວບິນໃນທົ່ວໂລກ ແລະ ເຄື່ອງມື ຂໍ ວິຊາ ອອນລາຍ ເຂົ້າເມືອງຫວຽດນາມ. 
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top