• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດງານສັບປະດາວັດທະນະທຳ ລາວຢູ່ ຫວຽດນາມ

ຕອນຄ່ຳວັນທີ 18 ກໍລະກົດ, ພິທີເປີດງານ “ສັບປະດາວັດທະນະທຳ ລາວຢູ່ ຫວຽດນາມ” ແລະ ການສະແດງຂອງຄະນະສິລະປະແຫ່ງຊາດ ລາວໄດ້ຮັບການດຳເນີນໄປຢູ່ໂຮງມະໂຫລະສົບ ຮ່າໂນ້ຍ. ເຫດການດັ່ງກ່າວໂດຍ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ສົມທົບກັນຈັດຕັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2022); 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 - ວັນທີ 18 ກໍລະກົດ 2022); ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022.

ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ​ລາວ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ, ລວມມີ: ທ່ານ ບຸນ​ທອງ ຈິດ​ມະນີ, ກຳມະການ​ກົມ​ການ​ເມືອງ, ຜູ້ປະຈຳການຄະນະ​ເລຂາ, ຮອງ​ປະທານ​ປະ​ເທດ ລາວ;  ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ; ທ່ານ​ນາງ ສູນທອນ ​ໄຊ​ຍະ​ຈັກ, ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ລາວ ພ້ອມ​ດ້ວຍ​ບັນດາ​ສະຫາຍ ການ​ນຳ​ພັກ ​ແລະ ລັດ​ລາວ.

ສັບປະດາວັດທະນະທຳ ລາວຢູ່ ຫວຽດນາມ” ມີ 2 ລາຍການຕົ້ນຕໍ, ໃນນັ້ນມີລາຍການສິລະປະສະແດງໂດຍນັກສິລະປິນໜຸ່ມດີເດັ່ນຂອງລາວ ແລະ ງານວາງສະແດງພາບຖ່າຍ “ມິດຕະພາບ ລາວ-ຫວຽດນາມ ຍືນຍົງຕະຫຼອດໄປ”.

  ລາຍການຟ້ອນ ແລະ ຮ້ອງເພງ “ເຜົ່າລາວສາມັກຄີ” ສະແດງໂດຍຄະນະນັກສິລະປິນ ລາວ. ພາບ: ຕ໋ວນດຶກ/VNA  
  ລາຍການຟ້ອນ “ມິດຕະພາບ ຫວຽດນາມ - ລາວ”. ພາບ: ຕ໋ວນດຶກ/VNA  

 ໃນ​ລາຍການ​ສະ​ແດງ​ສິລະ​ປະ ຂອງຄະນະສິລະປະ​ແຫ່ງ​ຊາດ​ລາວ ຕອນ​ຄ່ຳ​ວັນ​ທີ 18 ກໍລະກົດ ຢູ່​ໂຮງມະໂຫສະສົບ ຮ່າ​ໂນ້ຍ, ບັນດາ​ນັກ​ສິລະ​ປິນ​ຂອງ​ຄະນະ​ສິລະ​ປະແຫ່ງ​ຊາດ ​ລາວ ​ໄດ້​ສະ​ແດງ​ບັນດາລາຍການ​ຟ້ອນ, ຮ້ອງ​ເພງ ​ແລະ ກາຍຍະສິນ ຍ້ອງຍໍ ມູນເຊື້ອວັດທະນະທຳອັນດີງາມ, ​ປະ​ເທດ​ຊາດ​ ລາວ​ທີ່​ອຸດົມຮັ່ງມີ, ສວຍ​ງາມ ​ແລະ ໝາກຜົນ​ແຫ່ງ​ການ​ປົກປັກຮັກສາ ແລະ ສ້າງສາປະເທດຊາດບ້ານເມືອງ. ນອກຈາກນັ້ນ, ລາຍການຍັງມີບັນດາບົດເພງ, ວາດຟ້ອນ ເຊີດຊູຄວາມໄມຕີຈິດ ມິດຕະພາບ, ຄວາມສາມັກຄີແບບພິເສດ, ຄວາມຜູກພັນຮັກໄຄ່ ສະໜິດຕິດພັນ ລະຫວ່າງສອງຊົນເຜົ່າ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ. ພິ​ເສດ, ຜູ້​ຊົມ​ຍັງ​ໄດ້​ຮັບ​ຟັງ​ບັນດາ​ບົດ​ເພງ ​ກ່ຽວ​ກັບ​ປະ​ເທດ ​ແລະ ຜູ້ຄົນ ຫວຽດນາມ, ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ພິ​ເສດ ​ລະຫວ່າງ​ສອງ​ປະ​ເທດ​ສະແດງໂດຍ​ບັນດານັກ​ສິລະ​ປິນ ລາວ. ນອກຈາກ​ການ​ສະ​ແດງ​ຢູ່ ນະຄອນຫຼວງ ​ຮ່າ​ໂນ້ຍ, ຄະນະ​ສິລະ​ປະ​ແຫ່ງ​ຊາດ ​ລາວ ຍັງ​ສືບ​ຕໍ່ທຳການສະແດງ​ຮັບ​ໃຊ້​ຜູ້​ຊົມ​ຊາວ​ ຫວຽດນາມ ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ ຫວຽດນາມອີກດ້ວຍ.

ງານ​ວາງສະ​ແດງ​​ພາບຖ່າຍ ​ລາວ-ຫວຽດນາມ ດ້ວຍ​ຫົວ​ຂໍ້ “ມິດຕະພາບ ​ລາວ-ຫວຽດນາມ ຍືນຍົງຕະຫຼອດ​ໄປ” ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 19 ກໍລະກົດ ຢູ່​ສູນ​ວາງສະ​ແດງ, ສິລະ​ປະ ​ແລະ ວັດທະນະທຳ ຫວຽດນາມ (ເລກ​ທີ 2, ຖະໜົນ ຮວາລື, ຮ່າ​ໂນ້ຍ). 

ໂດຍ: VNA/VNP

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top