• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດງານບຸນລະດູບານໃໝ່ໂກນເຊີນ - ກຽບບາກ 2017

ງານ​ບຸນ ​ໂກນ​ເຊີນ - ກຽບບາກ
(ພາບ: ອິນເຕີແນັດ)
           ວັນ​ທີ 12/2 (ກົງ​ກັບ​ວັນ​ທີ 16 ​ເດືອນ​ຈຽງ), ຢູ່​ເຂດ​ປູຊະນີ ຍະສະ​ຖານ ​ໂກນ​ເຊີນ (​ເທດສະບານ​ເມືອງ ຈີ໋ລິງ), ຄະນະ​ຈັດ​ຕັ້ງ​ງານ​ບຸນ ​ໂກນ​ເຊີນ - ກຽບບາກ, ຈັດ​ຕັ້ງ​ພິທີ​ໄຂ​ງານ​ບຸນ​ລະດູບານ​ໃໝ່ 2017; ​ເປີດ​ສະຫຼອງ​ທາດ 9 ຊັ້ນ ​ແລະ ອາ​ໄລ​ຫາ 683 ປີ, ​ແຫ່​ງວັນ​ພະ ຮ່ວຽນ​ກວາງ​ໂຕນ​ຢາ ນິກາຍ ຈຸກ​ເລິ​ມ ປະລິນິພານ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ​ເລືອ​ງວັນ​ເກົ່າ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຫາຍ​ເຢືອງ, ຊີ້​ແຈ້ງວ່າ: ​ໂກນ​ເຊີນ - ກຽບບາກ ມີ​ຄວາມ​ໝາຍ, ຄວາມ​ສຳຄັນ​ໃນ​ປະຫວັດສາດ; ສະ​ແດງ​ໃຫ້​ເຫັນ​ບຸນຄຸນ​ອັນ​ໃຫຍ່​ຫຼວງ​ຂອງ​ນິກາຍ ຈຸກ​ເລິ​ມ ​ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ; ກໍ່​ຄື​ບຸນຄຸນ​ຂອງ​ພະ ຮ່ວຽນ​ກວາງ​ໂຕນ​ຢາ. ງານ​ບຸນ​ຖືກ​ດຳ​ເນີນ​ແຕ່​ວັນ​ທີ 10-19/2 (ວັນ​ທີ 14-23 ​ເດືອນ​ຈຽງ) ດ້ວຍ​ຫຼາຍ​ພິທີ, ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ກິລາ, ການ​ລະ​ຫຼິ້ນ​ພື້ນ​ເມືອງ​, ພິທີ​ຖະຫວາຍ​ທູບ​ທຽນ, ພິທີ​ໄຂ​ງານ​ບຸນ, ພິທີ​ບູຊາ​ພູ​ງູ້ຍາກ, ງານ​ບຸນ​ແຂ່ງຂັນ​ຕົ້ມ​ເຂົ້າຕົ້ມ, ມວຍ​ປ້ຳ…
 (ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top