• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດຂະບວນລົດໄຟເຊື່ອມຕໍ່ກັບມໍລະດົກພາກກາງ

ຂະບວນລົດໄຟມີຊື່ວ່າ “ການເດີນທາງເຊື່ອມຕໍ່ກັບມໍລະດົກພາກກາງ”. ແຕ່ລະມື້, ບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ໄດ້ເປີດຂະບວນລົດໄຟໄປ - ກັບຈາກ ເຫວະ ແລະ ດານັ້ງ, ແລ່ນຜ່ານທາງລົດໄຟຕອນງາມທີ່ສຸດຢູ່ ຫວຽດນາມ.
ພິທີເປີດຂະບວນລົດໄຟເຊື່ອມຕໍ່ກັບມໍລະດົກພາກກາງ (ພາບ: VGP/Lưu Hương)

ຕອນເຊົ້າວັນທີ 26 ມີນາ, ຢູ່ສະຖານີລົດໄຟ, ແຂວງເທື່ອທຽນເຫວະ, ບໍລິສັດໃຫຍ່ລົດໄຟ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວະ ແລະ ນະຄອນ ດານັ້ງ ໄດ້ຈັດພິທີເປີດຂະບວນລົດໄຟທ່ອງທ່ຽວໄປ - ກັບເຊື່ອມຕໍ່ເຫວະ - ດານັ້ງ ຕາມຮູບແບບດຳເນີນທຸລະກິດຂົນສົ່ງສົມທົບກັບການຂຸດຄົ້ນບໍລິການທ່ອງທ່ຽວ. ຂະບວນລົດໄຟມີຊື່ວ່າ “ການເດີນທາງເຊື່ອມຕໍ່ກັບມໍລະດົກພາກກາງ”. ແຕ່ລະມື້, ບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ໄດ້ເປີດຂະບວນລົດໄຟໄປ - ກັບຈາກ ເຫວະ ແລະ ດານັ້ງ, ແລ່ນຜ່ານທາງລົດໄຟຕອນງາມທີ່ສຸດຢູ່ ຫວຽດນາມ.

ເລື່ອງນຳເຂົ້າຂຸດຄົ້ນການທ່ອງທ່ຽວທາງລົດໄຟ ຕອນ ເຫວະ - ດານັ້ງ ທັງຕອບສະໜອງຄວາມຕ້ອງການໄປ - ມາ ຂອງປະຊາຊົນ, ທັງແມ່ນຜະລິດຕະພັນທີ່ດູດດື່ມສຳລັບແຂກທ່ອງທ່ຽວສາກົນ ແລະ ພາຍໃນປະເທດ. ທ່ານ ຫງວຽນວັນເຟືອງ, ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວະ, ໃຫ້ຮູ້ວ່າ:

“ຂະບວນລົດໄຟ ເຫວະ - ດານັ້ງ ດ້ວຍການເດີນທາງເຊື່ອມຕໍ່ກັບມໍລະດົກພາກກາງ ໄດ້ນຳເຂົ້າເຄື່ອນໄຫວທາງການ ດ້ວຍຂະບວນລົດໄຟເຄື່ອນໄຫວແຕ່ລະມື້ໂດຍໃຊ້ເວລາເດີນທາງ 3 ຊົ່ວໂມງຕໍ່ຖ້ຽວ. ຂະບວນລົດໄຟຈະແລ່ນຜ່ານທາງລົດໄຟຕອນງາມທີ່ສຸດຂອງ ຫວຽດນາມ ດ້ວຍບັນດາປູຊະນີຍະສະຖານ, ພິເສດແມ່ນກິ່ວ ຫາຍເວີນຊຶ່ງຫຼາຍອົງການສຳນັກຂ່າວສານ, ບໍລິສັດທ່ອງທ່ຽວສາກົນເລືອກເຟັ້ນ ແລະ ນຳເຂົ້າບັນຊີລາຍຊື່ບັນດາເສັ້ນທາງລົດໄຟງາມທີ່ສຸດໃນໂລກ. ນີ້ແມ່ນກຳລັງໜູນເພື່ອຜູກມັດລະຫວ່າງສອງທ້ອງຖິ່ນ ແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນການທ່ອງທ່ຽວທີ່ມີຢູ່ແລ້ວຂອງເທື່ອທຽນເຫວະ ແລະ ດານັ້ງ”.

(ແຫຼ່ງຄັດຈາກ VOV)

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.

Top