• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດກ້ວາງການພົວພັນມິດຕະພາບການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຣູມານີ

ກ່າວຄຳເຫັນທີ່ການພົບປະ, ທ່ານ ໂຮ່ກວາງເລິ້ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຣູມານີ, ເນັ້ນໜັກວ່າ: ຣູມານີ ແມ່ນໜຶ່ງໃນບັນດາປະເທດສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ໄວກ່ວາໝູ່ (ໃນປີ 1950).
ທ່ານ ໂຮ່ກວາງເລິ້ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລະ ທ່ານນາງ Cristina Romila, ເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ

ວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ຈັດການພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 105 ປີແຫ່ງວັນຊາດ ຣູມານີ (1/12/1918 – 1/12/2023).

ກ່າວຄຳເຫັນທີ່ການພົບປະ, ທ່ານ ໂຮ່ກວາງເລິ້ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຣູມານີ, ເນັ້ນໜັກວ່າ: ຣູມານີ ແມ່ນໜຶ່ງໃນບັນດາປະເທດສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ໄວກ່ວາໝູ່ (ໃນປີ 1950). ເພື່ອເຊື່ອມຕໍ່ມູນເຊື້ອອັນດີງາມທີ່ໄດ້ຮັບການເສີມສ້າງ ແລະ ຜ່ານສິ່ງທ້າທາຍຜ່ານໄລຍະປະຫວັດສາດຄັ້ງຕ່າງໆ, ໃນຊຸມປີມໍ່ໆມານີ້, ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຣູມານີ ໄດ້ຮັບການເປີດກ້ວາງ ແລະ ກ້າວເຂົ້າສູ່ລວງເລິກໃນບັນດາຂົງເຂດຄື: ການເມືອງ, ການທູດ, ການຄ້າ, ກະສິກຳ, ອຸດສາຫະກຳ, ແຮງງານ, ການທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ…

ສ່ວນທ່ານນາງ Cristina Romila, ເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ການພົວພັນລະຫວ່າງ ປະຊາຊົນ ຫວຽດນາມ ແລະ ຣູມານີ ນັບມື້ນັບໄດ້ຮັບການເພີ່ມທະວີ, ເພີ່ນພູນຄູນສ້າງຜ່ານການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ. ໄລຍະ 2019 – 2022, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ຣູມານີ ເພີ່ມຂຶ້ນ 1,66 ເທື່ອ ຈາກຈຳນວນເງິນ 261 ລ້ານໂດລາສະຫະລັດ ຂຶ້ນເປັນ 425 ລ້ານໂດລາສະຫະລັດ. ທ່ານນາງເອກອັກຄະລັດຖະທູດ ຄາດຄະເນວ່າ: ຈຳນວນເງິນນີ້ຈະສືບຕໍ່ເພີ່ມຂຶ້ນຍ້ອນຄວາມສາມາດບ່ົມຊ້ອນແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ ຣູມານີ ຍັງມີຫາຍຢູ່.

ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ໄດ້ມອບຫຼຽນກາທີ່ລະນຶກມິດຕະພາບ ຫວຽດນາມ - ຣູມານີ ໃຫ້ແກ່ 15 ບຸກຄົນ, ໃບຍ້ອງຍໍຂອງສູນກາງສະມາຄົມໃຫ້ 7 ໝູ່ຄະນະ ແລະ 14 ບຸກຄົນ ທີ່ມີການປະກອບສ່ວນຢ່າງຕັ້ງໜ້າໃນການເຄື່ອນໄຫວຂອງສະມາຄົມກໍ່ຄືການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top