• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນ​ເຈົ້າ​ຍຸດ​ທະ​ສາດ: ຄຸນ​ນະ​ທາດ ຫວຽດ​ນາມ​ ໃນ​ສັງ​ກາດ​ໃໝ່

ຈຸດພົ້ນເດັ່ນໃນຮ່າງບົດລາຍງານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນ “ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕໍ່ຕົນເອງ, ກ້າວເດີນຢ່າງແຮງໃນສັງກາດໃໝ່ຂອງຊາດ”. ນີ້ບໍ່ພຽງແຕ່ແມ່ນການກຳນົດທິດພັດທະນາປະເທດຊາດໃນໄລຍະຈະມາເຖິງໂດຍສັງເຂບເທົ່ານັ້ນ, ຫາກຍັງແມ່ນການເຕົ້າໂຮມບັນດາຄຸນຄ່າແກ່ນສານຂອງຈິນຕະນາການຍຸດທະສາດ ຫວຽດນາມ ໃນສະພາບການໂລກທີ່ມີການຜັນແປຢ່າງເລິກເຊິ່ງ, ໄວວາ ແລະ ຍາກທີ່ຈະຄາດຄະເນໄດ້.
ທ່ານຮອງສາດສະດາຈານ, ປະລິນຍາເອກນາງ ຫວູ້ແທັງເຮືອງ, ຮອງຫົວໜ້າພະແນກເສດຖະກິດ ແລະ ດຳເນີນທຸລະກິດສາກົນ, ມະຫາວິທະຍາໄລຍເສດຖະສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ

“ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕໍ່ຕົນເອງ, ກ້າວເດີນຢ່າງແຮງໃນສັງກາດໃໝ່ຂອງຊາດ” ໄດ້ສ່ອງແສງລະບົບຄຸນຄ່າແກ່ນສານ ແລະ ທິດນຳການກະທຳຊື່ງພັກກອມມູນິດ ຫວຽດນາມ ໄດ້ວາງອອກ ເພື່ອແນໃສ່ນຳປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາໃໝ່ຢ່າງເປັນເຈົ້າການ, ເຊື່ອໝັ້ນຕໍ່ຕົນເອງ ແລະ ຍືນຍົງ.

ເຊື່ອໝັ້ນຕໍ່ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

   ເບິ່ງຄືນການຜັນຂະຫຍາຍບັນດາໜ້າທີ່ຈຸດສຸມໃນອາຍຸການກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ, ໃນນັ້ນມີຜົນກະທົບຈາກໂລກລະບາດໂຄວິດ 19, ທ່ານຮອງສາດສະດາຈານ, ປະລິນຍາເອກນາງ ຫວູ້ແທັງເຮືອງ, ຮອງຫົວໜ້າພະແນກເສດຖະກິດ ແລະ ດຳເນີນທຸລະກິດສາກົນ, ມະຫາວິທະຍາໄລຍເສດຖະສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຖືວ່າ: ຫວຽດນາມ ບັນລຸໄດ້ “ເປົ້າໝາຍຄວບຄູ່”: ທັງສຸມໃສ່ການປ້ອງກັນ, ຕ້ານ, ຄວບຄຸມໂລກລະບາດ, ທັງຟື້ນຟູ, ພັດທະນາເສດຖະກິດຢ່າງໄວວາຫຼັງໂລກລະບາດ:

             ນ້ຳໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງແມ່ນເສັ້ນດ້າຍແດງທີ່ລຸລ່ວງໃນປະຫວັດສາດອັນສະຫງ່າອົງອາດຂອງຊາດ ຫວຽດນາມ. ແລະ ຊາດ ຫວຽດນາມ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍເພື່ອຄົງຕົວ ແລະ ຂະຫຍາຍຕົວ, ບືນຕົວຂຶ້ນດ້ວຍເຈດຈຳນົງເດັດດ່ຽວ ແລະ ນ້ຳໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ຍຸດທະສາດເປັນເຈົ້າການ

  ຕໍ່ໜ້າເລື່ອງບັນດາສິ່ງທ້າທາຍໃນທົ່ວໂລກສືບຕໍ່ໄດ້ມີການກະທົບທີ່ບໍ່ດີຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງທຸກປະເທດ, ໃນນັ້ນມີ ຫວຽດນາມ, ຮ່າງບົດລາຍງານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກເຖິງ“ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕໍ່ຕົນເອງ, ກ້າວເດີນຢ່າງແຮງໃນສັງກາດໃໝ່ຂອງຊາດ”. ຢາກບັນລຸໄດ້ເປົ້າໝາຍນີ້, ຕາມທ່ານຮອງສາດສະດາຈານ, ປະລິນຍາເອກນາງ ຫວູ້ແທັງເຮືອງ, ຕ້ອງວາງອອກ ແລະ ແກ້ໄຂໄດ້ 3 ເນື້ອໃນຕົ້ນຕໍໃນອາຍຸການທີ່ຈະມາເຖິງ:

   ການພັດທະນາກຳລັງຄວາມສາມາດໃນການຜະລິດພາຍໃນປະເທດ, ເປັນເຈົ້າການດ້ານເຕັກໂນໂລຊີ ແລະ ຍົກລະດັບລະບົບມູນຄ່າແມ່ນມີຄວາມໝາຍສຳຄັນພິເສດ, ຍ້ອນວ່າ ນີ້ແມ່ນເສັ້ນທາງເພື່ອໃຫ້ ຫວຽດນາມ ສາມາດເຊື່ອມໂຍງກັບໂລກແຕ່ບໍ່ຕ້ອງເອື່ອຍອີງ. ທີສອງແມ່ນບັນຫາເປັນເຈົ້າການດ້ານເຕັກໂນໂລຊີ ຍ້ອນວ່າເຕັກໂນໂລຊີແມ່ນພື້ນຖານໃຫ້ແກ່ນະວັດຕະກຳ. ທີສາມແມ່ນຍົກລະດັບລະບົບຄຸນຄ່າ, ມັນບໍ່ພຽງແຕ່ແມ່ນເລື່ອງພວກເຮົາກ້າວໄປເຖິງຂອດໃດໃນລະບົບມູນຄ່ານັ້ນ, ຫາກມັນຍັງກ່ຽວຂ້ອງເຖິງເລື່ອງພວກເຮົາຈະດັດປັບຮູບແບບການເຕີບໂຕຄືແນວໃດ.

    ເພື່ອຍົກສູງລະດັບຄວາມສາມາດເປັນເຈົ້າການຂອງພື້ນຖານເສດຖະກິດ ແລະ ປະສິດທິຜົນຂອງການເຊື່ອມໂຍງກັບເສດຖະກິດໂລກ, ທ່ານປະລິນຍາເອກ ເລຢຸຍບິນ ຜູ້ຊ່ຽວຊານເສດຖະກິດ ໄດ້ເນັ້ນໜັກວ່າ ຕ້ອງຍົກສູງຄວາມສາມາດ “ເປັນເຈົ້າການ” ໃນທຸກຂະແໜງການ:

         ເບິ່ງລວມແລ້ວ, ຂ້າພະເຈົ້າຄິດວ່າ, ນ້ຳໃຈເປັນເຈົ້າການ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກ່ອນອື່ນໝົດໃນຂົງເຂດເສດຖະກິດ ແມ່ນຕ້ອງຮັບປະກັນໄດ້ການເປັນເຈົ້າການ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນເສດຖະກິດມະຫາພາກ. ໃນເສດຖະກິດມະຫາພາກແມ່ນຕ້ອງຖືນະໂຍບາຍເງິນຕາເປັນສຳຄັນ. ພວກເຮົາຕ້ອງມີຄວາມເປັນເອກະລາດ, ເປັນເຈົ້າການກ່ຽວກັບນະໂຍບາຍເງິນຕາ; ຕ້ອງຍົກສູງທີ່ຕັ້ງບົດບາດຂອງສະກຸນເງິນດົ່ງຂອງ ຫວຽດນາມ ໄດ້, ໃນແງ່ມູມໃດໜຶ່ງແມ່ນຕ້ອງຫັນສະກຸນເງິນດົ່ງຂອງ ຫວຽດນາມ ເປັນຂອງສາກົນ.

    ຍຸດທະສາດເປັນເຈົ້າການແມ່ນການສືບທອດ ແລະ ພັດທະນາອັນແນ່ນອນຂອງແນວທາງເປັນເອກະລາດ, ເປັນເຈົ້າການໃນເງື່ອນໄຂໃໝ່. ເນື້ອໃນຈິດໃຈລຸລ່ວງໃນຮ່າງບົດລາຍງານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຂອງພັກ ແມ່ນເສີມຂະຫຍາຍກຳລັງແຮງພາຍໃນ, ເປັນເຈົ້າການໃນການຮັບມືກັບສະພາບແວດລ້ອມໂລກທີ່ເຕັມໄປດ້ວຍການຜັນແປຫຼາຍຢ່າງ.

  ນັ້ນແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ເປັນເຈົ້າການ, ເຊື່ອໝັ້ນຕໍ່ຕົນເອງກ້າວເຂົ້າສູ່ສັງກາດໃໝ່, ປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດຢ່າງມີໄຊ./.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top