ຂ່າວສານ
ເປັນຄັ້ງທຳອິດທີ່ມີນາຍທະຫານ ກອງທັບປະຊາຊົນ ຫວຽດນາມ ຮັບດຳລົງຕຳແໜ່ງຂັ້ນສູງໃນຄະນະປົກປັກຮັກສາສັນຕິພາບ
ພິເສດ, ໃນຈຳນວນນາຍທະຫານ 3 ຄົນທີ່ກະກຽມອອກເດີນທາງໄປປະຕິບັດໜ້າທີ່ນັ້ນ, ມີທ່ານພັນໂທ ເລືອງເຈື່ອງວິງ ດຳລົງຕຳແໜ່ງ ນາຍທະຫານຕິດຕໍ່ຂັ້ນສູງ ທັງເປັນ ຫົວໜ້າຫ້ອງສັງເກດການການທະຫານ ຄະນະຮັກສາສັນຕິພາບ UNMIS. ນີ້ແມ່ນຕຳແໜ່ງໃໝ່ ແລະ ກໍແມ່ນຄັ້ງທຳອິດທີ່ມີນາຍທະຫານກອງທັບປະຊາຊົນ ຫວຽດນາມ ໄດ້ຮັບຄວາມເຊື່ອໝັ້ນຈາກ ສປຊ ໃຫ້ດຳລົງຕຳແໜ່ງຂັ້ນສູງໃນຄະນະຮັກສາສັນຕິພາບ ສປຊ.
ທີ່ພິທີ, ທ່ານ ພົນໂທ ຫງວຽນເຈື່ອງຖັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ຊົມເຊີຍນາຍທະຫານ 3 ຄົນ ແລະ ກົມຮັກສາສັນຕິພາບ ຫວຽດນາມ ພ້ອມດ້ວຍບັນດາອົງການ, ກົມກອງທີ່ກ່ຽວຂ້ອງ.






