• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນເອກະພາບການຄຸ້ມຄອງ,ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງແຂວງກວາງຈີ້ ແລະແຂວງສະຫວັນນະເຂດ,ສາລາວັນ

      ວັນທີ 25 ທັນວາ, ຢູ່ເທດສະບານເມືອງລາວບາວ, ເມືອງ ເຮື໊ອງຮ໊ວາ, ແຂວງກວາງຈີ້, ໄດ້ດຳເນີນກອງປະຊຸມມອບຮັບແບບແຕ້ມແຜນວາດສະບັບສົມບູນ ແລະ ການແບ່ງໜ້າທີ່ຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງແຂວງກວາງຈີ້ (ຫວຽດນາມ) ແລະ 2 ແຂວງ ສະຫວັນນະເຂດ, ແຂວງ ສາລະວັນ (ລາວ).

ລົງນາມເປັນເອກະພາບຕໍ່ການຈັດແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ ພາຍຫຼັງການກໍ່ສ້າງສຳເລັດ. (ພາບ: baoquangtri.vn)
      ທີ່ກອງປະຊຸມ, ການນຳແຂວງກວາງຈີ້ ແລະ 2 ແຂວງ ສະວັນນະເຂດ, ແຂວງ ສາລະວັນ ໄດ້ລົງນາມເປັນເອກະພາບຕໍ່ການຈັດແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ ພາຍຫຼັງການກໍ່ສ້າງສຳເລັດ. ແຂວງກວາງຈີ້ ດຳເນີນການມອບຮັບແບບແຕ້ມແຜນວາດສະບັບສົມບູນຂອງກິດຈະກຳບັນດາກິດຈະກຳກໍ່ສ້າງຫຼັກໝາຍຊາຍແດນແຫ່ງຊາດ, ເສົາຂີດຂັ້ນ, ແນວປ້ອງກັນຫຼັກໝາຍໃຫ້ແຂວງ ສະຫວັນນະເຂດ, ແຂວງ ສາລະວັນ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງກວາງຈີ້ ຮ່າຊີ້ດົງ, ເນັ້ນໜັກວ່າ, ແຜນການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ - ລາວ ແມ່ນກິດຈະກຳສຳຄັນ, ມີຄວາມໝາຍພິເສດທາງດ້ານຄວາມໝັ້ນຄົງ, ການເມືອງ, ເສດຖະກິດ, ສັງຄົມຂອງ 2 ປະເທດຫວຽດນາມ - ລາວ, ກ່ຽວຂ້ອງເຖິງອຳນາດອະທິປະໄຕຜືນແຜ່ນດິນຂອງແຕ່ລະປະເທດ, ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕໍ່ໜ້າເທົ່ານັ້ນ, ຫາກຍັງໃນໄລຍະຍາວອີກດ້ວຍ. ພາຍຫຼັງມອບຮັບແບບແຕ້ມແຜນວາດສະບັບສົນບູນ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບໃນການຄຸ້ມຄອງປົກປັກຮັກວສາຫຼັກໝາຍຊາຍແດນແຫ່ງຊາດແລ້ວ, ບັນດາແຂວງໄດ້ມອບໃຫ້ກຳລັງຄຸ້ມຄອງຊາຍແດນ, ຕັ້ງໜ້າສົມທົບກັນໃນການລາດຕະເວນ, ປ້ອງກັນຫຼັກໝາຍຊາຍແດນແຫ່ງຊາດໃຫ້ມີຄວາມປອດໄພ ແລະ ຢູ່ໃນສະພາບເດີມ, ເພື່ອແນໃສ່ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.
 (ແຫຼ່ງຄັດຈາກ VOV)
 

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 28 ພະຈິກນີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງໂຕກຽວ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (1973-2023) . ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ເຈົ້າຈັກກະພັດ ຍີ່ປຸ່ນ Akishino ແລະ ເຈົ້າຍິງ, ປະທານສະພາຕ່ຳ ຍີ່ປຸ່ນ Nukaga Fukushiro, ພ້ອມກັບເຈົ້າໜ້າທີ່ຂອງຫວຽດນາມ ແລະ ຍີ່ປຸ່ນ ອີກຫຼາຍທ່ານ.

Top