• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດ ຫວຽດນາມ ໄດ້ຮັບການສະເໜີດຳລົງຕຳແໜ່ງປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ OECD ໄລຍະ 2022 – 2025

      ການດຳລົງຕຳແໜ່ງນີ້ແມ່ນໂອກາດສຳຄັນ ເພື່ອໃຫ້ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມຊຸກຍູ້ຄວາມສົນໃຈລວມ ກໍ່ຄືສົມທົບບຸລິມະສິດພັດທະນາໃນ OECD ແລະ ໂຄງການ SEARP, ຊ່ວຍ ຫວຽດນາມ ຍາດແຍ່ງເອົາຄຳປຶກສາ ແລະ ການໜູນຊ່ວຍຂອງ OECD ໃຫ້ແກ່ເປົ້າໝາຍພັດທະນາ
ກອງປະຊຸມຄັ້ງທີ 8 ຂອງຄະນະປະສານງານໂຄງການແຫ່ງຊາດ ອາຊີຕາເວັນອອກສ່ຽງໃຕ້ (SEARP)
(
ພາບ: ກະຊວງການຕ່າງປະເທດ ຫວຽດນາມ)
      ກອງປະຊຸມຄັ້ງທີ 8 ຂອງຄະນະປະສານງານໂຄງການແຫ່ງຊາດ ອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງອົງການຮ່ວມມືແລະພັດທະນາເສດຖະກິດ (OCED) ເຊິ່ງດຳເນີນທາງໄກໃນວັນທີ 9 ທັນວາ. ທີ່ກອງປະຊຸມ, ຫວຽດນາມ ແລະ ອົດສະຕາລີ ໄດ້ສະເໜີໃຫ້ດຳລົງຕຳແໜ່ງປະທານຮ່ວມໂຄງການ SEARP ໄລຍະ 2022 – 2025 ແທນໃຫ້ປະເທດ ໄທ ແລະ ສ.ເກົາຫຼີ. ຫວຽດນາມແມ່ນປະເທດທີ 3 ຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ດຳລົງຕຳແໜ່ງນີ້ ຖັດຈາກອິນໂດເນເຊຍ ແລະ ໄທ. ການດຳລົງຕຳແໜ່ງນີ້ແມ່ນໂອກາດສຳຄັນ ເພື່ອໃຫ້ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມຊຸກຍູ້ຄວາມສົນໃຈລວມ ກໍ່ຄືສົມທົບບຸລິມະສິດພັດທະນາໃນ OECD ແລະ ໂຄງການ SEARP, ຊ່ວຍ ຫວຽດນາມ ຍາດແຍ່ງເອົາຄຳປຶກສາ ແລະ ການໜູນຊ່ວຍຂອງ OECD ໃຫ້ແກ່ເປົ້າໝາຍພັດທະນາ. ເລື່ອງ OECD ເຊີນ ຫວຽດນາມ ດຳລົງຕຳແໜ່ງນີ້ ເປັນການຢັ້ງຢືນຄວາມຮັບຮູ້ຕໍ່ຖານະບົດບາດ, ທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ, ກໍ່ຄືການປະກອບສ່ວນຂອງ ຫວຽດນາມ ທີ່ມີຕໍ່ SEARP ໃນໄລຍະຜ່ານມາ, ໂດຍເຊື່ອໝັ້ນວ່າ ຫວຽດນາມ ອາດຈະເຊື່ອມຕໍ່ OECD ເຂົ້າກັບພາກພື້ນ ໃນຂົງເຂດທີ່ມີຄວາມສົນໃຈລວມນີ້ ຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top