ບົດລາຍງານດັດຊະນີລະບົບນິເວດ Startup ທົ່ວໂລກ 2026 (Global Startup Ecosystem Index 2026) ໂດຍ StarupBlink ປະກາດໄດ້ຊີ້ໃຫ້ເຫັນວ່າ ລະບົບນິເວດ Startup ປະດິດຄິດສ້າງຂອງ ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງຢ່າງແຮງ ນັບທັງການຈັດອັນດັບ ແລະ ລະດັບຄວາມໄວຂອງການພັດທະນາ. ລະອຽດແມ່ນ, ຫວຽດນາມ ເລື່ອນຂຶ້ນ 5 ຂັ້ນ, ຢືນອັນດັບທີ 50 ຂອງໂລກ, ເຊິ່ງແມ່ນອັນດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ບົດລາຍງານຕີລາຄາວ່າ ຫວຽດນາມ ນອນໃນກຸ່ມປະເທດມີລະດັບຄວາມໄວໃນການເຕີບໂຕພົ້ນເດັ່ນໃນກຸ່ມບັນດາປະເທດຈັດອັນດັບແຕ່ 21 – 50 ທົ່ວໂລກ.
StarupBlink ໃຫ້ຂໍ້ສັງເກດວ່າ ກຸ່ມປະເທດຈັດອັນດັບແຕ່ 21 – 50 ແມ່ນພາກພື້ນຂະຫຍັນຂັນເຄື່ອນທີ່ສຸດຂອງຕະຕາລາງຈັດອັນດັບທົ່ວໂລກ, ດ້ວຍລະດັບຄວາມໄວໃນການພັດທະນາສູງກວ່າຫຼາຍພໍສົມຄວນເມື່ອທຽບໃສ່ກຸ່ມນຳໜ້າ.







