• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງແຍງດູແລເພື່ອໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກຕ້ອນຮັບບຸນເຕັດຢ່າງຄົບຖ້ວນ

ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ເດັກປະສົບກັບຄວາມຫຍຸ້ງຍາກດ້ວຍເງິນຈຳນວນ 200 ລ້ານດົ່ງ.
  ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ມອບຂອງຂວັນໃຫ້ແກ່ເດັກປະສົບກັບຄວາມຫຍຸ້ງຍາກ)  

ມີການເຄື່ອນໄຫວເບິງແຍງດູແລບຸນເຕັດໃຫ້ຄົນທຸກຍາກ, ບັນດາຄອບຄົວນະໂຍບາຍ ພວມໄດ້ຮັບຄວາມເອົາໃຈໃສ່, ຍູ້ແຮງຈາກທຸກຂັ້ນ.

ວັນທີ 29 ທັນວາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ເດັກປະສົບກັບຄວາມຫຍຸ້ງຍາກດ້ວຍເງິນຈຳນວນ 200 ລ້ານດົ່ງ, ໜູນຊ່ວຍການກໍ່ສ້າງເຮືອນ “ມະຫາສາມັກຄີ” 10 ຫຼັງໃຫ້ບັນດາຄອບຄົວທຸກຍາກຢູ່ເມືອງ ວັນລ້າງ, ແຂວງ ລ້າງເຊີນ ດ້ວຍຈຳນວນເງິນ 500 ລ້ານດົ່ງ. ເອື້ອຍ ຮ່ວາງທິແອັງ ແລະ ອ້າຍ ຮ່ວາງວັນຮືງ, ປະຊາຊົນຕາແສງ ແທັງລອງ, ເມືອງ ວັນລ້າງ, ເຊິ່ງແມ່ນ 2 ໃນຈຳນວນຄອບຄົວທຸກຍາກໄດ້ຮັບການໜູນຊ່ວຍ, ແບ່ງປັນວ່າ:

“ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຮັບຄວາມເອົາໃຈໃສ່ຈາກລັດ ສຳລັບຄອບຄົວທຸກຍາກຄືຄອບຄົວຂອງຂ້າພະເຈົ້າ. ບຸນເຕັດວຽນມາແລ້ວ ໄດ້ຮັບຂອງຂວັນຄືແນວນີ້, ຂ້າພະເຈົ້າມີຄວາມມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈຫຼາຍ. ພວກຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດປີນີ້ຢ່າງຄົບຖ້ວນ ແລະ ອິມໜຳສຳລານ, ອົບອຸ່ນກວ່າ”.

“ຂ້າພະເຈົ້າຂໍຂອບໃຈຕໍ່ພັກ ແລະ ລັດ ທີ່ໄດ້ເອົາໃຈໃສ່ເຖິງບັນດາຄອບຄົວທຸກຍາກໃນບໍລິເວນແຂວງ, ຂ້າພະເຈົ້າເປັນກຽດໄດ້ຮັບຂອງຂວັນນີ້. ສຳລັບຄອບຄົວຂອງຂ້າພະເຈົ້າແລ້ວ ຂອງຂວັນນີ້ແມ່ນລ້ຳຄ່າທີ່ສຸດ, ນີ້ແມ່ນກຳລັງໜູນເພື່ອໃຫ້ຄອບຄົວຂ້າພະເຈົ້າມານະພະຍາຍາມສູ້ຊົນພັດທະນາເສດຖະກິດ”.

ເນື່ອງໃນໂອກາດນີ້, ຄາດວ່າ ແຂວງ ກວາງບິ່ງ ຈະໜູນຊ່ວຍ, ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວທຸກຍາກ, ເດັກກຳພ້າ, ຄົນພິການ, ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ.

ສ່ວນຢູ່ແຂວງ ດັກລັກ, ທາງແຂວງ ໄດ້ມອບຂອງຂວັນໃຫ້ 148.000 ສ່ວນບຸກຄົນ, ໝູ່ຄະນະດີເດັ່ນເນື່ອງໃນໂອກາດບຸນເຕັດປີແມວ 2023. ທາງແຂວງກໍ່ສະຫງວນງົບປະມານສ່ວນໜຶ່ງເພື່ອຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ພະນັກງານ, ລັດຖະກອນ, ພາລະກອນ, ຜູ້ມີຄຸນງາມຄວາມດີ, ຄົນທຸກຍາກ, ຄອບຄົວນະໂຍບາຍ ນັບພັນຄົນ.

ແລະກໍ່ເນື່ອງໃນໂອກາດນີ້, ວັນທີ 30 ທັນວາ, ທ່ານ ເຈິ່ນແທັງເມີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ  ໄດ້ໄປຢ້ຽມຢາມ, ມອບຂອງຂວັນຈຳນວນ 250 ພູດໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ກຳລັງປະກອບອາວຸດ, ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ລ້າງຢາງ, ແຂວງບັກຢາງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top