• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເນື້ອ​ໃນ​ຊັກ​ຖາມ “ຖືກ​ຕ້ອງ” ແລະ “ກົງ​ກັບ” ​ບັນ​ຫາ​ທີ່່​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ

ກ່າວຄຳເຫັນອັດວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ ບັນດາລັດຖະມົນຕີ, ຫົວໜ້າຂະແໜງການໄດ້ຕອບຄຳຊັກຖາມຢ່າງລວມສູນ, ບໍ່ຫຼີກເວັ້ນບັນດາບັນຫາທີ່ຖືກຖາມ ແລະ ອະພິປາຍຢ່າງຈະແຈ້ງບັນດາບັນຫາທີ່ສະມາຊິກສະພາແຫງຊາດໄດ້ຍົກອອກມາ.
ວາລະຊັກຖາມ (ພາບ: quochoi.vn)

ພາຍຫຼັງເຮັດວຽກເປັນເວລາ 2 ມື້ເຄິ່ງ, ຕອນເຊົ້າວັນທີ 6 ມິຖຸນາ, ສະພາແຫ່ງຊາດ ໄດ້ປະຕິບັດສຳເລັດວາລະຊັກຖາມ ແລະ ຕອບຄຳຊັກຖາມໃນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສຳລັບ 4 ໝວດບັນຫາ: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ອຸດສາຫະກຳ ແລະ ການຄ້າ; ກວດສອບ ແລະ ວັດທະນະທຳ, ກິລາ, ທ່ອງທ່ຽວ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕາງໜ້າລັດຖະບານລາຍງານ, ອະທິບາຍແຈ້ງກ່ຽວກັບບັນດາບັນຫາໂດຍລັດຖະບານຮັບຜິດຊອບບໍລິຫານ ແລະ ຕອບຄຳຊັກຖາມໂດຍກົງຕໍ່ສະມາຊິກສະພາແຫ່ງຊາດ. ກ່າວຄຳເຫັນອັດວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ ບັນດາລັດຖະມົນຕີ, ຫົວໜ້າຂະແໜງການໄດ້ຕອບຄຳຊັກຖາມຢ່າງລວມສູນ, ບໍ່ຫຼີກເວັ້ນບັນດາບັນຫາທີ່ຖືກຖາມ ແລະ ອະພິປາຍຢ່າງຈະແຈ້ງບັນດາບັນຫາທີ່ສະມາຊິກສະພາແຫງຊາດໄດ້ຍົກອອກມາ. ບັນດາເນື້ອໃນຊັກຖາມໄດ້ຕອບສະໜອງໄດ້ຄຳຮຽກຮ້ອງຕ້ອງການຂອງສະພາບການຕົວຈິງ, ຖືກຕ້ອງ ແລະ ກົງກັບບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງ, ປະຊາຊົນທົ່ວປະເທດ ແລະ ບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈ. ວາລະຊັກຖາມ ແລະ ຕອບຄຳຊັກຖາມຍັງສືບຕໍ່ຢັ້ງຢືນວ່າ ນີ້ແມ່ນຮູບແບບຕິດຕາມກວດກາໂດຍກົງທີ່ສູງສຸດ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດ.  

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top